ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ພົບ​ປະ​ກັບ​ປະ​ທານ​ສະ​ພາ​​ຕ່ຳ​ອາ​ເມ​ລິ​ກາ

(VOVWORLD) - ໃນການເຈລະຈາ ທີ່ໄດ້ຈັດຂຶ້ນຢູ່ໂນນພູ Capitol, ສອງຝ່າຍໄດ້ມີບັນດາການປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ບັນດາບັນຫາແຫຼມເກົາຫຼີ, ວັກຊິນກັນໂຄວິດ - 19 ແລະ ລະບົບສະໜອງທົ່ວໂລກ ຂອງບັນດາຂະແໜງອຸດສາຫະກຳ, ເຕັກໂນໂລຢີສູງ. 
ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ພົບ​ປະ​ກັບ​ປະ​ທານ​ສະ​ພາ​​ຕ່ຳ​ອາ​ເມ​ລິ​ກາ - ảnh 1ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໄດ້ມີການປຶກສາຫາລືກັບທ່ານນາງ Nancy Pelosi ປະທານສະພາຕ່ຳອາເມລິກາ (ພາບ: Yonhap)

ວັນທີ 20 ພຶດສະພາ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ປະກາດວ່າ  ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໄດ້ມີການປຶກສາຫາລືກັບທ່ານນາງ Nancy Pelosi ປະທານສະພາຕ່ຳອາເມລິກາ ແລະ ບັນດາການນຳຕ່າງໆຂອງ ສະພາແຫ່ງຊາດ ອາເມລິກາ ກ່ຽວກັບວິທີການຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດ.

        ໃນການເຈລະຈາ ທີ່ໄດ້ຈັດຂຶ້ນຢູ່ໂນນພູ Capitol, ສອງຝ່າຍໄດ້ມີບັນດາການປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ບັນດາບັນຫາແຫຼມເກົາຫຼີ, ວັກຊິນກັນໂຄວິດ - 19 ແລະ ລະບົບສະໜອງທົ່ວໂລກ ຂອງບັນດາຂະແໜງອຸດສາຫະກຳ, ເຕັກໂນໂລຢີສູງ. ທ່ານ ປະທານາທິບໍດີ Moon Jae-in ໄດ້ເນັ້ນໜັກວ່າ ການພົວພັນສຳພັນທະມິດ ລະຫວ່າງ ເຊີອູນ - ວໍຊິງຕັນ ໄດ້ສວມບົດບາດຫຼັກແຫຼ່ງ ໃຫ້ແກ່ສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ໃນຕະຫຼອດໄລຍະ 70 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ