ປະທານາທິບໍດີຝລັ່ງເຈລະຈາກັບນາຍົກລັດຖະມົນເຢລະມັນ

(VOVWORLD) -ຕອນບ່າຍວັນທີ 15 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ໄປເຖິງ Berlin ພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃນການໄປປະຕິບັດງານຄັ້ງທຳອິດຢູ່ຕ່າງປະເທດ ໃນຖານະຕ່ຳແໜ່ງເປັນປະທານາທິບໍດີຝລັ່ງ. 

ປະທານາທິບໍດີຝລັ່ງເຈລະຈາກັບນາຍົກລັດຖະມົນເຢລະມັນ - ảnh 1

ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel 

 (ພາບ: AFP/TTXVN)

ໃນການເຈລະຈາ, ທ່ານ Macron ເນັ້ນໜັກວ່າ, ການຮ່ວມມືລະຫວ່າງຝລັ່ງ ແລະ ເຢຍລະມັນ ຕ້ອງມີການກະທຳຢ່າງແທດຈິງກວ່າ. ທ່ານປະນາທິບໍດີຝລັ່ງ ຄົນໃໝ່ ກໍຫວັງວ່າ, ຝລັ່ງ ແລະ ເຢຍລະມັນ ຈະວາງອອກທິດທາງປະຕິຮູບສະຫະພາບເອີລົບ (ອີຢູ) ໃນໄລຍະ 2 – 3 ອາທິດຈະມາເຖິງ. ທ່ານນາງນາຍົກລັດຖະມົນຕີ Angela Merkel ໄດ້ເຫັນດີກັບການປະຕິຮູບອີຢູ ແລະ ພ້ອມແລ້ວຈະປ່ຽນແປງສົນທິສັນຍາ, ແຕ່ຕາມທ່ານນາງ Angela Merkel ແລ້ວ, ກ່ອນອື່ນໝົດຕ້ອງກຳນົດຄວາມມຸ່ງມາດປາດຖະໜາ ອີຢູ ປັບປຸງສິ່ງໃດ ຫຼັງຈາກນັ້ນຈຶ່ງເລີ່ມປະຕິບັດບັນດາບາດກ້າວຕໍ່ໄປ. ທ່ານນາງ Angela Merkel ຫວັງວ່າ ເຢຍລະມັນ ແລະ ຝລັ່ງ ຈະສົມທົບກັນໃຫ້ເປັນຢ່າງດີເພື່ອວາງອອກທິດທາງ ຊ່ວຍໃຫ້ວິວັດການເຊື່ອມໂຍງຂອງອີຢູ ເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ