ປະທານາທິບໍດີລັດເຊຍ ແຕ່ງຕັ້ງບັນດາການນຳ Crimea ແລະ Sevastopol


ປະທານາທິບໍດີລັດເຊຍ ແຕ່ງຕັ້ງບັນດາການນຳ Crimea ແລະ Sevastopol - ảnh 1

ທ່ານ V.Putin ​ແລະ ທ່ານ Sergei Aksyonov

 (ພາບ: AFP/TTXVN)

 (vovworld)- ວັນ​ທີ 14/4, ​ ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ແຕ່ງຕັ້ງທ່ານ Sergei Aksyonov ​ເປັນ​ການ​ນຳ​ຊົ່ວຄາວ​ຂອງ Crimea. ​ໃນ​ການ​ພົບ​ປະ​ກັບ​ທ່ານ Sergei Aksyonov, ປະທານາທິບໍດີ​ລັດ​ເຊຍ V.Putin ​ໃຫ້​ຮູ້​ວ່າ: ການ​ແຕ່ງຕັ້ງການ​ນຳ Crimea ​ແມ່ນ​ຈຳ​ເປັນ ​ແລະ ສອດຄ່ອງ​ກັບ​ກົດໝາຍ​ປະກາດ​ໃຊ້​ໃນ​ປະຈຸ​ບັນ​ຂອງ​ສະຫະພັນ​ລັດ​ເຊຍ.

  ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ​ລັດ​ເຊຍ V.Putin ກໍ່ໄດ້​ແຕ່ງຕັ້ງທ່ານ Sergei Menyailo ​ເປັນ​ຜູ້ຮັກສາ​ການ​ການ​ນຳ Sevastopol ຕາມຂໍ້​ສະ​ເໜີ​ຂອງ​ທ່ານ Aleksei Chalyi ຜູ້​ໄດ້​ຮັບ​ການ​ບົ່ງ​ຕົວ​ເປັນ​ຜູ້ອຳນວຍການ​ອົງການ​ພັດທະນາ​ຍຸດ​ທະ​ສາດ Sevastopol. ທີ່​ການ​ພົບ​ປະ​ກັບທ່ານປະທານາທິບໍດີ​ລັດ​ເຊຍ V.Putin, ທ່ານ Menyailo ຖື​ວ່າ: ໜ້າ​ທີ່​ໃນ​ສະ​ເພາະ​ໜ້າ​ຂອງ Sevastopol ​ແມ່ນຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສ້າງ​ໂຄງ​ປະກອບ​ອຳນາດ​ການ​ປົກຄອງ​ສຳ​ເລັດ ​ແລະ ສຳຄັນ​ທີ່​ສຸດ​ແມ່ນ​ຫລຸດຜ່ອນ​ຄວາມ​ເຄັ່ງຕຶງ​ໃນ​ສັງຄົມ./.

ຂ່າວ/ບົດ​ອື່ນ