ປະທານແນວໂຮມປະເທດຊາດຫວຽດນາມ ສິ້ນສຸດການຢ້ຽມຢາມອິນເດຍ

ປະທານແນວໂຮມປະເທດຊາດຫວຽດນາມ ສິ້ນສຸດການຢ້ຽມຢາມອິນເດຍ - ảnh 1

ທ່ານ​ປະທານ​​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຮິງ​ດາມ

(ພາບ:baogialai.vn)

(VOV)-  ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 7/12,​ ຄະ​ນະ​ຜູ້ແທນ​ຂັ້ນສູງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ​ໂດຍ​ທ່ານ​ປະທານ​ຮິງ​ດາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ປະທານາທິບໍດີ​ອິນ​ເດຍ Pranab Mukherjee. ​ເມື່ອ​ຕ້ອນຮັບ​ຄະນະ​ທີ່​ທຳນຽບປະທານາທິບໍດີຢູ່​ນະຄອນຫຼວງນີວ​ເດ​ລີ, ປະທານາທິບໍດີ​ອິນ​ເດຍ Pranab Mukherjee ​ໄດ້​ຍົກ​ອອກ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ແຕ່​ດົນ​ນານ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ​ໂດຍ​ປະທານ​ໂຮ່ຈິ​ມິນ ​ແລະ ນາຍົກລັດຖະມົນຕີ Jawaharlal Nehru ສ້າງ​ພື້ນຖານ ​ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ນາຍົກລັດຖະມົນຕີຟ້າມວັນ​ດົງ ​ແລະ ນາຍົກລັດຖະມົນຕີ Indira Gandhi ພ້ອມ​ກັບ​ການ​ນຳ​ລຸ້ນຕ່າງໆ​ສອງ​ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ນັບ​ມື້​ນັບ​ເກີດ​ດອກ​ອອກ​ຜົນ. ອິນ​ເດຍ ຕີ​ລາຄາ​ສູງ​ທີ່​ຕັ້ງຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ແລະ ຍາມ​ໃດ​ກໍ່​ຈະ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ. ປະທານາທິບໍດີ​ອິນ​ເດຍ Pranab Mukherjee ​ເຊື່ອໝັ້ນວ່າສອງ​ປະ​ເທດ​ຈະ​ບັນລຸ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ 7 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ