ປະ​ເທດ ຫວຽດ​ນາມ ບໍ່​ມີ​ຍາມ​ໃດ​ທີ່​ມີກຳ​ລັງ​ບົ່ມ​ຊ້ອນ, ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ສາ​ກົນ​ຄື​ໃນ​ປັດ​ຈຸ​ບັນ

(VOVWORLD) -  “ປະເທດ ຫວຽດນາມ ບໍ່ມີຍາມໃດທີ່ມີກຳລັງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ”. ນີ້ແມ່ນຫົວຂໍ້ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ໄດ້ລົງໃນວັນທີ 27 ກໍລະກົດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ທຳອິດທີ່ຍົກອອກຂໍ້ສັງເກດນີ້ ແລະ ໄດ້ຮັບການຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ນຳເຂົ້າມະຕິກອງປະຊຸມໃຫຍ່ດັ່ງກ່າວ.
ປະ​ເທດ ຫວຽດ​ນາມ ບໍ່​ມີ​ຍາມ​ໃດ​ທີ່​ມີກຳ​ລັງ​ບົ່ມ​ຊ້ອນ, ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ສາ​ກົນ​ຄື​ໃນ​ປັດ​ຈຸ​ບັນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຮັດວຽກກັບບັນດາການນຳຫຼັກແຫຼ່ງ ໃນວັນທີ 18 ພຶດສະພາ 2024 (ພາບ: baochinhphu.vn)

 ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳດີເລີດພິເສດ, ເປັນແວນແຍງອັນໃສແຈ້ງກ່ຽວກັບນ້ຳໃຈຮ່ຳຮຽນ, ເຮັດຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ, ທ່ານມີຄຸນທາດ, ຄວາມເກັ່ງກ້າສາມາດ, ສະຕິປັນຍາຂອງການນຳ ຫວຽດນາມ ໃນຍຸກສະໄໝໃໝ່ຢ່າງຄົບຖ້ວນ.

        ພຶດຕິກຳຕົວຈິງແຫ່ງການ ປ່ຽນແປງໃໝ່ເປັນເວລາ ເກືອບ 40 ປີ, ຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ໄດ້ຮັບການຢັ້ງຢືນດ້ວຍໝາກຜົນລະອຽດໃນບັນດາຂົງເຂດ ແລະ ກໍແມ່ນພະຍານຫຼັກຖານອັນມີຊີວິດຊີວາ, ມີລັກສະນະເກ້ຍກອມໃຫ້ແກ່ການສະຫຼຸບ, ຕີລາຄາໂດຍສັງເຂບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງ 6 ຂົງເຂດຫຼັກແຫຼ່ງທີ່ມີຂີດໝາຍການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງເລິກເຊິ່ງ, ລວມມີ: ການພັດທະນາເສດຖະກິດ, ວຽກງານການຕ່າງປະເທດ; ຂົງເຂດວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ; ເບິ່ງແຍງສຸຂະພາບຂອງປະຊາຊົນ; ວຽກງານກໍ່ສ້າງພັກ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດຂອງ ຫວຽດນາມ ໃນເກືອບ 4 ທົດສະຫວັດຜ່ານມາ ໄດ້ຢັ້ງຢືນແນວທາງປ່ຽນແປງໃໝ່ອັນຖືກຕ້ອງ, ເຊື່ອມໂຍງ ແລະ ພັດທະນາພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຕິດພັນກັບບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງການນຳລຸ້ນກ່ອນ, ໃນນັ້ນມີບົດບາດສຳຄັນ, ຂີດໝາຍອັນພົ້ນເດັ່ນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ