ຜູ້ມີສິດເລືອກຕັ້ງອາເມລິກາສ່ວນຫຼາຍສະໜັບສະໜູນການລົບລ້າງຄຳສັ່ງຂວ້ຳບາດຕ້ານກູບາ

ຜູ້ມີສິດເລືອກຕັ້ງອາເມລິກາສ່ວນຫຼາຍສະໜັບສະໜູນການລົບລ້າງຄຳສັ່ງຂວ້ຳບາດຕ້ານກູບາ - ảnh 1
(ພາບ​ປະ​ກອບ​ຈາກ AP)

(vovworld) – ຕາມ​ໝາກ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ ທີ່ປະ​ກາດ​ເມື່ອ​ວັນ​ທີ 12/3, ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 64% ສະ​ໜັບ​ສະ​ໜູນ​ເລື່ອງ​ຢຸດ​ຕິ​ການ​ປິດ​ລ້ອມ​, ຂວ້ຳ​ບາດດ້ານ​ເສດ​ຖະ​ກິດ, ການ​ຄ​້າ ແລະ ການ​ເງິນ​ຂອງ​ປະ​ເທດນີ້ ຕ້ານ ກູ​ບາ, ​ເຊິ່ງ​ໄດ້​ແກ່​ຍາວ​ກ່​ວາ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ. ການ​ຢັ່ງ​ຫາງ​ສ​ຽງ​ໂດຍ​ບໍ​ລິ​ສັດ Benenson Strategy Group ແລະ SKDKnickerbocker ດຳ​ເນີນ ສະ​ແດ​ງ​ໃຫ້​ເຫັນ​ວ່າ​ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ​ການ​ລົບ​ລ້າງ​ນະ​ໂຍ​ບາຍ​ທີ່​ເປັນປໍ​ລະ​ປັກ ດັ່ງ​ກ່າວ​ກວມ​ອັດ​ຕາ​ສ່ວນຫຼາຍ​ໃນ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ທັງ 2 ພັກ: 74% ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ ແລະ 51% ຂອງ​ພັກ​ສາ​ທາ​ລ​ະ​ນະ, ໃນ​ນັ້ນ ອັດ​ຕາດັ່ງ​ກ່າວນີ້​ສຳ​ລັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຝ່າຍ​ເປັນກາງ​ແມ່ນ 64%. ໝາກ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ: 71% ໃນ​ຈ​ຳ​ນວນ 32.000 ຜູ້​​ຖືກ​ຖາມ ຖື​ວ່າ: ບັນ​ດາ​ການ​ປ່ຽນ​ແປງ​ຜ່ານ​ມາ​ໃນ​ນະ​ໂຍ​ບາຍ​ຂອງ ວໍ​ຊິງ​ຕັນ ສຳ​ລັບ ລາ​ຮາ​ວານ ແມ່ນ​ເພື່ອ​ຊ​ອກ​ຫາ “ສິດ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ​​ກ່​ວາ​ໃຫ້ ອາ​ເມ​ລິ​ກາ ແລະ ປະ​ຊາ​ຊົນ ກູ​ບາ”, ໃນ​ນັ້ນ​ມີ​ພຽງ 29% ຖື​ວ່ານັ້ນ​ແມ່ນ​ການຜ່ອນ​ສັ້ນ​ຜ່ອນ​ຍາວ.


ຂ່າວ/ບົດ​ອື່ນ