ຜູ້ອຳນວຍການ IAEA ເຈລະຈາກັບວົງການເຈົ້າໜ້າທີ່ Iran ຢູ່ Teheran

ຜູ້ອຳນວຍການ IAEA ເຈລະຈາກັບວົງການເຈົ້າໜ້າທີ່ Iran ຢູ່ Teheran - ảnh 1
(ພາບ:taichinhtonghop.vn)

( vovworld ) –  ສຳນັກ​ຂ່າວສານ ISNA ຂອງ Iran ​ໃຫ້​ຂ່າວ​ວ່າ: ວັນ​ທີ 21/5, ທ່ານ  Yukiya Amano ຜູ້ອຳນວຍການອົງການ​ພະລັງງານ​ປະລາມາ​ນູສາກົນ IAEA ​ໄດ້​ມີ​ການ​ເຈລະຈາ​ກັບ​ວົງ​ການ​ເຈົ້າໜ້າທີ່​ຂັ້ນສູງ Iran ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ Teheran ຂອງ​ທ່ານ​ເປັນ​ເວລາ 1 ວັນ. ທ່ານ​ Amano ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ອຳນວຍ​ການ​ອົງການ​ພະລັງງານ​ນິວ​ເຄຼຍ Iran. ຕາມ​ແຜນການແລ້ວ, ທ່ານ​ຈະ​ພົບ​ປະ​ກັບຫົວໜ້າ​ຄະນະ​ເຈລະຈານິວ​ເຄຼຍ Iran ແລະ ​ລັດຖະມົນຕີ​ການ​ຕ່າງປະ​ເທດ Iran. ວົງ​ການ​ນັກ​ການ​ທູດ​ຕີ​ລາຄາ​ວ່າ: ບັນດາ​ການພົບປະນີ້ ອາດ​ຈະ​ພາ​ໄປ​ເຖິງ​ຂໍ້​ຕົກລົງ​ເປີດ​ກ້ວາງ​ການ​ເຄື່ອນ​​ໄຫວ​ຕິດຕາມ​ກວດກາ​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ Iran.

    ​ໃນ​ວັນ​ດຽວ​ກັນ, ທ່ານ​ຫົງ​ເລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ສົ່ງ​ຜູ້​ຊ່ວຍ​ວຽກ​ຂອງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຈີນ ໝ່າ​ຈ່ຽວ​ຊື້ ​ເຂົ້າຮ່ວມ​ການ​ເຈລະຈາ​ນິວ​ເຄຼຍລະ​ຫວ່າງ Iran ​ແລະ ກຸ່ມ  P5+1 ​ໃນ​ວັນ​ທີ 23/5 ທີ່​ຈະ​ມາ​ເຖິງ. ທ່ານ​ຫົງ​ເລີຍ ​ເນັ້ນໜັກ​ວ່າ ຈີນ​ ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ການ​ເຂົ້າຮ່ວມ​ການ​ເຈລະຈາ​ແມ່ນ​ມາດ​ຕະການ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ Iran.

 

ຂ່າວ/ບົດ​ອື່ນ