ຜູ້ອຳນວຍການໃຫຍ່ IMF ຄົນໃໝ່ກ່າວເຕືອນສະພາບເສດຖະກິດທົ່ວໂລກພ້ອມກັນຫຼຸດລົງ

(VOVWORLD) -ຄວາມເຄັ່ງຕຶງໃນການແກ່ງແຍ້ງດ້ານການຄ້າໄດ້ເຮັດໃຫ້ເສດຖະກິດທົ່ວໂລກຊຸດໂຊມ ແລະ ລະດັບການເຕີບໂຕດ້ານເສດຖະກິດອາດຈະຖືກຕົກຕ່ຳທີ່ສຸດໃນຮອບເວລາເກືອບ 10 ປີຜ່ານມາ.

ຜູ້ອຳນວຍການໃຫຍ່ IMF ຄົນໃໝ່ກ່າວເຕືອນສະພາບເສດຖະກິດທົ່ວໂລກພ້ອມກັນຫຼຸດລົງ - ảnh 1 ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalia Georgieva

(ພາບ: euractiv)

ໃນບົດກ່າວປາໄສທຳອິດ, ດ້ວຍຖາໜ້າເປັນຫົວໜ້າ IMF, ວັນທີ 08 ຕຸລາ, ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalia Georgieva ກ່າວເຕືອນວ່າ, ຄວາມເຄັ່ງຕຶງໃນການແກ່ງແຍ້ງດ້ານການຄ້າໄດ້ເຮັດໃຫ້ເສດຖະກິດທົ່ວໂລກຊຸດໂຊມ ແລະ ລະດັບການເຕີບໂຕດ້ານເສດຖະກິດອາດຈະຖືກຕົກຕ່ຳທີ່ສຸດໃນຮອບເວລາເກືອບ 10 ປີຜ່ານມາ.

        ລະອຽດແມ່ນ, ຕາມການຄົ້ນຄວ້າຫຼ້າສຸດຂອງ IMF, ບັນດາຜົນກະທົບຈາກບັນດາການປະທະກັນດ້ານການຄ້າອາດຈະເຮັດໃຫ້ເສດຖະກິດທົ່ວໂລກເສຍຫາຍ 700 ຕື້ USD ໃນປີ 2020, ເທົ່າກັບ 0,8% GDP, ສູງກວ່າການຄາດຄະເນກ່ອນໜ້ານັ້ນ. ທ່ານນາງ Kristalia Georgieva ໃຫ້ຂໍ້ສັງເຫດວ່າ, ເສດຖະກິດໂລກພວມພ້ອມກັນຖືກຫຼຸດລົງ, ຄາດຄະເນວ່າ, ເກືອບ 90% ປະເທດໃນໂລກຈະເຕີບໂຕຢ່າງຊັກຊ້າໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ