ຜະລິດຕະພັນ organic ຂອງ Vinamilk ສ້າງຄວາມປະທັບໃຈຢ່າງແຮງ ຢູ່ ປອັກຕຸຍການ

(VOVWORLD) -ຮ້ານວາງຂາຍແນະນໍາຜະລິດຕະພັນໂພສະນາການ organic  (ອົງຄະທາດ) ຂອງບໍລິສັດຫຸ້ນສ່ວນນໍ້ານົມ Vinamilk ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມນໍ້ານົມທ່ົວໂລກ ຄັ້ງທີ 13 ຢູ່ Lisbon, ປອັກຕຸຍການ.
ຜະລິດຕະພັນ organic ຂອງ Vinamilk ສ້າງຄວາມປະທັບໃຈຢ່າງແຮງ ຢູ່ ປອັກຕຸຍການ - ảnh 1ກອງປະຊຸມນໍ້ານົມທ່ົວໂລກ ຄັ້ງທີ 13 ຢູ່ Lisbon, ປອັກຕຸຍການ(ພາບ: TTXVN) 

        ໂດຍຖືກດໍາເນີນໃນລະຫວ່າງວັນທີ 26 – 27 ມິຖຸນາ, ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງບັນດາບໍລິສັດທີ່ນອນໃນ Top 50 ກຸ່ມບໍລິສັດນໍ້ານົມໃຫຍ່ທີ່ສຸດໃນໂລກ. Vinamilk ແມ່ນບໍລິສັດຕາງໜ້າໜຶ່ງດຽວຂອງພາກພື້ນ ອາຊີ ໄດ້ຮັບຄໍາເຊີນເຂົ້າຮ່ວມກອງປະຊຸມ ຈາກຄະນະຈັດຕັ້ງ ເພື່ອແບ່ງປັນບັນດາເລື່ອງລາວທີ່ປະສົບຜົນສໍາເລັດກ່ຽວກັບການພັດທະນາ ແລະ ນໍາໜ້າທ່າອ່ຽງ organic ທີ່ມີຄຸນນະພາບສູງຢູ່ຫວຽດນາມ ແລະ ພາກພື້ນ.

        ໂດຍແມ່ນບໍລິສັດໂພສະນາການແຖວໜ້າຢູ່ຫວຽດນາມ ແລະ ນອນໃນ Top 50 ກຸ່ມບໍລິສັດນໍ້ານົມໃນໂລກ, Vinamilk ແມ່ນບໍລິສັດນໍາໜ້າໃນການເປີດຕົວຜະລິດຕະພັນນົມຝຸ່ນ ສໍາລັບເດັກ ທີ່ບັນລຸມາດຕະຖານ organic ເອີຣົບ ທໍາອິດ ທີ່ຜະລິດຢູ່ຫວຽດນາມ. ໄປຄຽງຄູ່ກັນນັ້ນ, Vinamilk ໄດ້ນໍາໜ້າໃນການລົງທຶນເຂົ້າລະບົບຊີວະພາບ organic ຈາກຟາມລ້ຽງງົວນົມ ຕະຫຼອດຮອດໂຮງງານ, ການພັດທະນາເຕັກໂນໂຢລີ ແລະ ໄດ້ແນະນໍາໃຫ້ຜູ້ບໍລິໂພກ ກ່ຽວກັບບັນດາມາດຕະຖານ organic ເອີຣົບ ຢ່າງເຂັ້ມງວດ.


ຕອບກັບ

ຂ່າວ/ບົດ​ອື່ນ