ຜູ້ແຫ່ຂະບວນປະທ້ວງຈະບໍ່“ກີດຂວາງ”ການເລືອກຕັ້ງທົ່ວປະເທດຢູ່ໄທ

ຜູ້ແຫ່ຂະບວນປະທ້ວງຈະບໍ່“ກີດຂວາງ”ການເລືອກຕັ້ງທົ່ວປະເທດຢູ່ໄທ - ảnh 1
ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈະ​ບໍ່“ກີດຂວາງ”ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຢູ່​ໄທ
(ພາບ: hanoimoi.com)

(vovworld) – ຫົວ​ໜ້າ​ຜູ້ແຫ່​ຂະ​ບວນປະ​ທ້ວງ ຢູ່​ໄທ ສຸ​ເທບ ​ເທຶ​ອກສຸບັນ ​ໄດ້​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 30/1 ວ່າ​ຈະ​ບໍ່ “ກີດຂວາງ​” ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ, ​ແຕ່​ຮຽກຮ້ອງ​​ໃຫ້​ປະຊາຊົນ ​ໄທ ປະຕິ​ເສ​ດ​ການ​ເລືອກ​ຕັ້ງ. ລັດຖະບານ ຊົ່ວຄາວ​ຂອງທ່ານ​ນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນ​ນະ​ວັດ ຢັ້ງຢືນ​ຈະມານະ​ພະຍາຍາມ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ກ່າວ​ເຕືອນ​ຈາກ​ຝ່າຍ​ຄ້ານ​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​​ແຮງ​ພວມ​ເພີ່ມ​ຂຶ້ນ​ກໍ່​ຄື​ການ​ແບ່ງ​ແຍກ​ທາງ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ເລິກ​ເຊິ່ງຢູ່ ​ໄທ. ​ໄທ ຈະ​ຜັນ​ຂະຫຍາຍ​ຕຳຫຼວດ 10.000 ຄົນ​ຢູ່​ນະ​ຄອນ​ຫຼວງ ບາງກອກ ​ໃນ​ວັນ​ຈັດການ​ເລືອກຕັ້ງ​ຄື​ວັນ​ທີ 2/2 ຈະ​ມາ​ເຖິງ.

    ຄາດ​ວ່າ, ພັກ​ກຳ​ອຳນາດ​ເພື່ອ​ໄທ ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ​ຊິນ​ນະ​ວັດ ​ຈະ​ຍາດ​ໄດ້​ໄຊຊະນະ​ຢ່າງ​ງາຍ​ດາຍ​ໃນ​ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ, ​ເມື່ອ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ​ຢູ່ ​ໄທ ຖະ​ແຫຼ​ງປະຕິ​ເສດ​ການ​ເລືອກ​ຕັ້ງ.

 

ຂ່າວ/ບົດ​ອື່ນ