ຝະລັ່ງປະຕິຮູບລັດຖະບານ

ຝະລັ່ງປະຕິຮູບລັດຖະບານ - ảnh 1
​ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande
(ພາບ: AP)

(vovworld) – ​ ​ທ່ານ​ປະທານາທິບໍດີ ຝະລັ່ງ Francois Hollande ​​ໄດ້ແຕ່ງຕັ້ງທ່າ​ນອະ​ດີດນາຍົກລັດຖະມົນຕີ Jean-Marc Ayrault ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແທນ​ໃຫ້​ທ່ານ Laurent Fabius, ພາຍຫລັງທ່ານ  Laurent Fabius ​ໄດ້​ຮັບ​ການ​ແຕ່​ງຕັ້ງ​ເປັນ​ປະທານ​ສານ​ລັດຖະທຳ​ມະນູນ. ຂໍ້​ຕົກລົງ 2 ສະບັບ​ດັ່ງກ່າວ ທີ່​ກ່ຽວຂ້ອງ​ເຖິງ​ທ່ານ Laurent Fabius ​ແລະ ທ່າ​ນ Jean-Marc Ayrault ​ແມ່ນ​ບັນດາ​ຂໍ້​ຕົກລົງທີ່​​ໄດ້​ການລໍຖ້າ ​ແລະ ​ສື່​ມວນ​ຊົນ ຝະລັ່ງ ​ໃຫ້ຂ່າວ​ຫລາຍ​ທີ່​ສຸດ​​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້.

        ນອກຈາກ​ນັ້ນ, ທ່ານ​ນາງ Emmanuelle ​ເລຂາ​ທົ​່ວປະ​ເທດ​ພັກ​ຂຽວ ກໍ່​ໄດ້​ຮັບດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເຄຫະ​ສະຖານ; ທ່ານ Jeam – Vincent Place ດຳລົງ​ຕຳ​ແໜ່​ງ​ເປັນ ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ປະຕິ​ຮູບ​ແຫ່ງ​ລັດ; ທ່ານ​ນາງ Barbara Pomlini ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ຮັບຜິດຊອບ​ການ​ພົວພັນ​ສາກົນ​ກ່ຽວ​ກັບດິນ​ຟ້າ​ອາກາດ.

 

ຂ່າວ/ບົດ​ອື່ນ