ຝ່າຍຄ້ານຢູ່ຊີຣີນາບຂູ່ວ່າຈະຖອນອອກຈາກການເຈລະຈາສັນຕິພາບ

ຝ່າຍຄ້ານຢູ່ຊີຣີນາບຂູ່ວ່າຈະຖອນອອກຈາກການເຈລະຈາສັນຕິພາບ - ảnh 1
ທ່ານ Riad Hijab
ຜູ້​ປະ​ສານ​ງານ​ຂອງ ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ
ພາບ: AFP/TTXVN)


(vovworld)- ວັນ​ທີ 30/1, ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ, ຕາງ​ຫນ້າ​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ ໃນ​ການ​ເຈ​ລະ​ຈາ​ກັບ​ອຳ​ນາດ​ການ​ປົກ​ຄອງ Damascus ນາບ​ຂູ່​ວ່າ ຈະ​ຖອນ​ອອກ​ຈາກ​ບັນ​ດາ​ການ​ເຈ​ລະ​ຈາ ໂດຍ ສ​ປ​ຊ ຫນູນ​ຊ່ວຍ ນັບ​ແຕ່ເມື່ອ​ບໍໍ່​ທັນ​​ເລີ່ມ​ຕົ້ນ​ການເຈ​ລະ​ຈາ ຖ້າ​ຫາກ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່​ຊີ​ຣີ ບໍ່​ໄດ້​ຮັບ​ການ​ປັບ​ປຸງ. ທ່ານ Riad Hijab ຜູ້​ປະ​ສານ​ງານ​ຂອງ ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ ຖະ​ແຫລງວ່າ ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັບ​ອຳ​ນາດ​ການ​ປົກ​ຄອງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ Bashar al Assad ນັບ​ທັງ​ເຈ​ລະ​ຈາ​ທາ​ງ​ອ້ອມ ຈົນ​ເຖິງ​ມະ​ຕິ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ປິດ​ລ້ອມ​ບັນ​ດາ​ເທດ​ສະ​ບານ​ໄດ້​ຮັບ​ການ​ປະ​ຕິ​ບັດ.

 

 

ຂ່າວ/ບົດ​ອື່ນ