ພັດທະນາການພົວພັນສອງຝ່າຍ ອົດສະຕາລີ-ຫວຽດນາມ

ພັດທະນາການພົວພັນສອງຝ່າຍ ອົດສະຕາລີ-ຫວຽດນາມ - ảnh 1
ພາບປະກອບ

( vovworld ) –  ​ສະຖານທູດ​ອົດ​ສະ​ຕາ​ລີ ປະຈຳ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ,​ ລັດຖະບານ​ປະ​ເທດ​ນີ້​ຫາ​ກໍ່​ປະກາດ​ງົບປະມານ​ໃຫ້​ແກ່​ໂຄງການ​ອຸປະຖຳ​ພັດທະນາ​ທົ່ວ​ໂລກ​ໃນ​ປີ​ການ​ເງິນ 2012-2013, ຊື່​ງ​ໃນ​ນັ້ນມີ​ບ້ວງ​ເງິນ​ອຸປະຖຳ​ຈຳ​ນວນ 150.400.000 ​ໂດ​ລາ​ອົດ​ສະ​ຕາ​ລີ ​ເທົ່າ​ກັບ 3200 ຕື້​ດົ່ງ​ ​ແມ່ນສະຫງວນ​ໃຫ້​ແກ່ຫວຽດນາມ. ຫວຽດນາມ ​ແມ່ນ​ປະ​ເທດ​ໄດ້​ຮັບ​​ເງິນ​ອຸ​ປະຖຳພັດທະນາ​ສອງ​ຝ່າຍ​ໃຫ່ຍອັນ​ດັບ​ທີ 5 ຈາກ ອົດ​ສະ​ຕາ​ລີ. ​ໂຄງການ​ອຸປະຖຳ​ຂອງ​ລັດຖະບານ ອົດ​ສະ​ຕາ​ລີ ຢູ່ ຫວຽດນາມ ສຸມ​ໃສ່ 5 ຂົງ​ເຂດ​ໃຫ້​ບຸລິມະສິດ, ລວມມີ: ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ພື້ນຖານ​ໂຄງ​ລ່າງ, ຫລຸດຜ່ອນ​ບັນດາ​ການ​ກະທົ​ບທີ່​ຫຍໍ້​ທໍ້​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ຍົກ​ສູງ​ສຸຂະພາບ​ຂອງ​ວົງ​ຄະນາ​ຍາດ​ໂດຍ​ຜ່ານ​ການ​ສະໜອງ​ນ້ຳອະ​ອາດ ​ແລະ ຫຼັກ​ອະນາ​ໄມ; ໜູນ​ຊ່ວຍ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ.

ຂ່າວ/ບົດ​ອື່ນ