(vovworld) - ຕອນເຊົ້າວັນທີ 22/02, ຢູ່ຮ່າໂນ້ຍ, ຄະນະຊີ້ນຳຂັ້ນສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະສັບຜັນຂະຫຍາຍແຜນການເຄື່ອນໄຫວປີ 2013, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ. ເນື້ອໃນຕົ້ນຕໍ່ຂອງກອງປະຊຸມຄັ້ງນີ້ແມ່ນ ຍູ້ແຮງການພັດທະນາເຮືອນຢູ່ສັງຄົມ ເພື່ອແກ້ໄຂຄວາມຕ້ອງການໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍ ແລະ ໜູນຊວ່ຍແກ້ໄຂສະພາບຊັກຊ້າຂອງຕະຫຼາດອະສັງຫາລິມະສັບ. ນີ້ແມ່ນໜ້າທີ່ຈຸດສຸມໃນປີ 2013. ທ່ານຮອງນາຍົກລັດຖະມົນຕີ ຮວ່າງຈູງຫາຍ ໄດ້ຮຽກຮ້ອງວ່າ ໃນຕໍ່ໜ້າບັນດາທ້ອງຖິ່ນຕ້ອງສຸມໃສ່ກວດກາບັນດາໂຄງການພັດທະນາເຮືອນຢູ່, ເຂດຕົວເມືອງໃໝ່, ຢຸດຕິບັນດາໂຄງການທີ່ບໍ່ທັນບຸກເບີກໜ້າພຽງ ຫຼື ບຸກເບີກໜ້າພຽງແລ້ວແຕ່ບໍ່ເໝາະສົມກັບແຜນການພັດທະນາຂອງທ້ອງຖິ່ນ. ສຳລັບບັນດາໂຄງການເຮືອນຢູ່ພວມປະຕິບັດ ຫຼື ສຳເລັດແລ້ວ ແຕ່ຂາຍບໍ່ໄດ້ ຍ້ອນເນື້ອທີ່ບໍ່ເໝາະສົມຕາມແຕ່ລະເຂດ ອະນຸຍາດໃຫ້ປັບປຸ່ງໂຄງສ້າງຂອງເຮືອນໃຫ້ເໝາະສົມກັບຄວາມຕ້ອງການ ແລະ ຄວາມສະມາດຊຳລະ. ຕ້ອງຜັນຂະຫຍາຍ 2 ມາດຕະການຢ່າງຄົບຊຸດຄື: ຫຼຸດຜ່ອນການສະໜອງອອກສູ່ຕະຫຼາດ, ເພີ່ມລັກສະນະການຊຳລະເງິນຂອງບັນດາຜະລິດຕະພັນ. ນີ້ແມ່ນບັນດາມາດຕະການເພື່ອແນໃສ່ປົວແປງສະພາບການຂອງຕະຫຼາດອະສັງຫາລິມະສັບໃນປີ 2013.