(VOVWORLD) - ທົ່ວປະເທດຕ້ອງປະຕິບັດໜ້າທີ່ສຳຄັນພິເສດ ແລະ ຮີບດ່ວນແມ່ນການເຜີຍແຜ່ຄວາມຮູ້, ເຕັກໂນໂລຊີກ່ຽວກັບການຫັນເປັນດີຈີຕອນ, ທັກສະດີຈີຕອນໃຫ້ທົ່ວປວງຊົນ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີປຸກລະດົມ) |
ຕອນບ່າຍວັນທີ 26 ມີນາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ (ຄະນະຊີ້ນຳ) ໄດ້ຈັດພິທີປຸກລະດົມຂະບວນການ ແລະ ເປີດຕົວເຟຼດຟອນ “ທົ່ວປວງຊົນຮ່ຳຮຽນດີຈີຕອນ”. ທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃສ່ໃຈວ່າ ທົ່ວປະເທດຕ້ອງປະຕິບັດໜ້າທີ່ສຳຄັນພິເສດ ແລະ ຮີບດ່ວນແມ່ນການເຜີຍແຜ່ຄວາມຮູ້, ເຕັກໂນໂລຊີກ່ຽວກັບການຫັນເປັນດີຈີຕອນ, ທັກສະດີຈີຕອນໃຫ້ທົ່ວປວງຊົນ.
ເພື່ອປະຕິບັດສຳເລັດຂະບວນການດັ່ງກ່າວ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ, ພິເສດແມ່ນຫົວໜ້າ, ຕ້ອງນຳໜ້າຍົກສູງກຳລັງດີຈີຕອນ, ຊຸກຍູ້ການຫັນເປັນດີຈີຕອນຢູ່ຂັ້ນທ້ອງຖິ່ນ ແລະ ອົງການ; ຖືນີ້ແມ່ນໜ້າທີ່ຈຸດສຸມ, ຕິດພັນກັບການປະຕິຮູບບໍລິຫານ ແລະ ການພັດທະນາເສດຖະກິດ - ສັງຄົມ; ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າເຖິງທັກສະດີຈີຕອນ, ການບໍລິການ, ພື້ນຖານດີຈີຕອນ. ທ່ານຮຽກຮ້ອງວ່າ ຕ້ອງລົງທຶນພື້ນຖານໂຄງລ່າງດີຈີຕອນ, ພິເສດແມ່ນເຂດຫ່າງໄກສອກຫຼີກ ແລະ ໜູນຊ່ວຍເຄື່ອງອຸປະກອນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ; ເສີມຂະຫຍາຍໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມ, ພ້ອມກັບບັນດາຮູບແບບຄອບຄົວດີຈີຕອນ, ຊົນນະບົດດີຈີຕອນ ເພື່ອແຜ່ຂະຫຍາຍທັກສະດີຈີຕອນໃຫ້ກວ້າງຂວາງ.