ພິທີສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມແລະຈີນ


ພິທີສະເຫລີມສະຫລອງ65ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມແລະຈີນ - ảnh 1
ພາບ​:baophapluat.vn

(vovworld)-​​ພິ​ທີ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ​ຈ​ີນ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 16/1 ຢູ່ ຮ່າ​ໂນ້ຍ, ທ່ານ​ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ທ່ານ​ນາງ ຫລີ​ສ​ຽວ​ຫລິນ, ຫົວ​ຫນ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ພ້ອມ​ກັບ​ພະ​ນັກ​ງານ, ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ຈີນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລາຍ.

        ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ເນັ້ນ​ຫນັກ​ເຖິງ​ຄວາມ​ໝາຍ​ສຳ​ຄັນ ແລະ ບັນ​ດາ​ຜົນ​ງານ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ 65 ປີ​ຜ່ານ​ມາ ແລະ ຢືນ​ຢັນ: ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ຈີນ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ຮ​ຽກ​ຮ້ອງ​ສອງ​ພັກ, ສອງ​ລັດ ຕ້ອງ​ເຄົາ​ລົບ​ຮັກ​ສາ. ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ເຂົ້າ​ໃຈ​, ແລະ​ໄວ້​ເນື້ອ​ເຊື່ອ​ໃຈເຊິ່ງ​ກັນ ແລະ ກັນແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດພັດ​ທະ​ນາ​ຢ່າງ​ປອດ​ໄສ.

        ທ່ານ​ນາງ ຫລີ​ສ​ຽວ​ຫລິນ, ຫົວ​ຫນ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ຈີນ ເນັ້ນ​ຫນັກ​ວ່າ:

        “ປະ​ຊາ​ຊົນ​ຈີນ​ກໍ​ຄື​ປະ​ຊາ​ຊົນ​ຫວຽດ​ນາມ ລ້ວນ​ແຕ່​ຮັກ​ຫອມ​ສັນ​ຕິ​ພາບ ແລະ ເຄົາ​ລົບ​ນ້ຳ​ໃຈ​ມິດ​ຕະ​ພາບ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ມິດ​ຕະ​ພາບ​ແມ່ນ​ທ່າ​ອ່ຽງ​ໃຫຍ່ ແລະ ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ລ​ວມ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຈີນ ພ້ອມ​ແລ້ວ ພ້ອມ​ກັບ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ.”

ຂ່າວ/ບົດ​ອື່ນ