ພິທີເຄົາລົບທຸງຊາດຢູ່ເຈື່ອງຊາ ແລະ ເຂດດິນຕໍ່ແຜ່ນ

ພິທີເຄົາລົບທຸງຊາດຢູ່ເຈື່ອງຊາ ແລະ ເຂດດິນຕໍ່ແຜ່ນ - ảnh 1

(ພາບ: vtvdanang.vn)

 (vovworld)-  ​ໂດຍ​ຕອບອສະໜອງສັບປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ປີ 2013, ຕອນ​ເຊົ້າວັນ​ທີ 7/6, ​ເປັນຄັ້ງທຳ​ອິດ​ທີ່​ໂທລະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຖ່າຍ​ຖອດ​ສົດ​ພິທີ​ເຄົາລົບ​ທຸງຊາດ​ຢູ່​ເກາະ​ເຈື່ອງ​ຊາ​ໃຫ່ຍ, ​ເມືອງ​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄງ​ຮ່ວາ ​ແລະ ພິທີ​ຊັກ​ທຸງ​ຢູ່​ສະໜາ​ມຫຼວງບາ​ດິ່ງ-​ຮ່າ​ໂນ້ຍ.

  ​ໃນ​ບັນ​ຍາດ​ກາດ​ທີ່​ສົມ​ກຽດ, ສັກສິດ, ທຸງຊາດ​ສີ​ແດງ​ດາວ​​ເຫື້​ອງ​ໄດ້​ຄ່ອຍໆຖືກ​ຊັກ​ຂຶ້ນ​ ປິ່ວສະ​ບັດ​ຢູ່ສະໜາ​ມຫຼວງບາ​ດິ່ງ-​ຮ່າ​ໂນ້ຍ ​ແລະ ​ໃນ​ເວລາ​ດຽວ​ກັນ, ຢູ່ເກາະ​ເຈື່ອງ​ຊາ​ໃຫ່ຍ, ໃຕ້​ເສົາ​ທຸງຊາດ, ບັນດາ​ທະຫານ​ໄດ້​ຮ້ອງ​ໂຮ່ຄຳ​ສາບານ 10 ຂໍ້​ຂອງ​ທະຫານ ຊື່​ງສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ພະນັກງານ, ນັກຮົ​ບ ​ແລະ ປະຊາຊົນ​ໃນ​ເກາະ:

   ຕໍ່​ຈາກ​ນັ້ນ, ບັນດາ​ພະນັກງານ, ນັກຮົ​ບຢູ່ໝູ່ເກາະ​ເຈື່ອງ​ຊາ​ໃຫ່ຍ ​ໄດ້​ດຳ​ເນີນ​ການ​ສວນສະໜາມ, ​ເດີນ​ຂະ​ບວນ​. ພະນັກງານ, ນັກຮົ​ບ ​ແລະ ປະຊາຊົນ​ໃນ​ເກາະເຈື່ອງ​ຊາ​ໃຫ່ຍ ​ໄດ້​ພົບ​ປະແລກ​ປ່ຽນ​ກັບ​ນັກຮຽນ, ນັກ​ສຶກສາມີ​ໜ້າ​ຢູ່ສະໜາ​ມຫຼວງບາ​ດິ່ງ-​ຮ່າ​ໂນ້ຍ, ​ແບ່ງປັນ​ກ່ຽວ​ກັບ​ຊີວິດ​ໃນ​ເຂດ​ໝູ່​ເກາະ ​ແລະ ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງເຂດ​ດິນ​ຕໍ່​​ແຜ່ນ​ທີ່​ມີ​ຕໍ່​ເມືອງ​ເກາະ​ເຈື່ອງ​ຊາ. ນົງ​ຮົ່ງ​ແຮ້​ງ, ນັກ​ສຶກສາ​ຢູ່​ກາວ​ບັ່ງ ​ແບ່ງປັນ​ວ່າ:

   “ຂ້າ​ພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ພິທີ​ຊັກ​ທຸງ​ໃນ​ຕອນ​ເຊົ້າຫຼາຍຄັ້ງ​ແລ້ວ ​ແຕ່​ສິ່ງ​ພິ​ເສດ​ກ່ວາ​ໃນ​ມື້​ນີ້, ນັ້ນ​ແມ່ນ, ຂ້າພະ​ເຈົ້າ​ແມ່ນຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມາ​ຈາກ​ແຂວງ​ພູດ​ອຍທາງ​ພາກ​ເໜືອ​​ເຂົ້າຮ່ວມ​ພິທີ​ຊັກ​ທຸງຢູ່ນະ​ຄອນຫຼວງ, ​​​ແຕ່ໄດ້​ຕິດ​ຕໍ່​ພົວພັນກັບ​ເກາະ​ເຈື່ອງ​ຊາ, ຂ້າພະ​ດຈົ້າຍິ່ງມີ​ຄວາມ​ເອກອ້າງ​ທະ​ນົ​ງ​ໃຈ​ຕໍ່ປະ​ເທດ​ຊາດ, ​ແລ​ະ ຮູ້ສຶກວ່າ, ນັ້ນ​ແມ່ນ​ວຽກ​ງານ​ອັນ​ສັກກະ​ລະ​ບູຊາ”.

ຂ່າວ/ບົດ​ອື່ນ