ພິທີເປີດງານຕະຫຼາດນັດການທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈິມິນ

ພິທີເປີດງານຕະຫຼາດນັດການທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈິມິນ - ảnh 1
ງານ​ຕະ​ຫຼາດ​ນັດການທ່ອງ​ທ່ຽວ​ສາ​ກົນ​​ຢູ່ນະ​ຄອນ​ໂຮ່​ຈິ​ມິນ
(ພາບ: VGP)


(vovworld)-​​​ ​ດ້ວຍ​ຫົວ​ຂໍ້ “ 5 ປະ​ເທດ, ​ຈຸດ​ນັດ​ພົບ​ດຽວ”, ງານ​​ຕະຫຼາດ​​ນັດການ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ​ໂຮ່​ຈິ​ມິນ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 10/9 ຢ່າງ​ເປັນ​ທາງ​ການ. ໂດຍ​ມີ​ການເຂົ້າ​ຮ່ວມ​ຂອງລັດ​ຖະ​ມົນ​ຕີ 5 ປະ​ເທດ​ຂຶ້ນ​ກັບ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ ເຈົ້າ​ຄອງ​​ນະ​ຄອນຕ່າງໆ: ​ພະ​ນົມ​ເປັນ, ​ວຽງ​ຈັນ, ​ຢາງ​ກຸງ, ​ບາງກອກ.

       ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຮ່​ວາງ​ຕ໋ວນ​ແອງ ຊີ້​ແຈ້ງວ່າ: ພາຍຫຼັງຈັດ​ຕັ້ງງານ​ຕະຫຼາດ​ນັດການ​ທ່ອງ​ທ່ຽວສາ​ກົນ ​9 ຄັ້ງ ຢູ່ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ບົດ​ບາດ, ທີ່​ຕັ້ງແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ທ່ອງ​ທ່ຽວ​​ລະ​ດັບ​ຊາດ​ອັນ​ດັບ​ໜຶ່ງ​ຢູ່ ຫວຽດ​ນາມ. ເລື່ອງ​ສະ​ເຫຼີມ​ສະຫຼອງ 10 ປີ ​ແຫ່ງ​ງານ​ຕະຫຼາດ​​ນັດການ​ທ່ອງ​ທ່ຽວສາ​ກົນ​ນະ​ຄອນ​ໂຮ່​ຈິ​ມິນ ແມ່ນ​ການ​ຢືນ​ຢັນ​​ຄວາມ​ມາ​ນະພະ​ຍາ​ຍາມ​ບໍ່​ຢຸດຢັ້ງ ຂອງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຢ່າງ​ແຮງ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ເພື່ອ​ນຳ​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ແກ່ງ​ແຍ້ງ​ຂອງ​ທົ່ວ​ເຂດ.

“ຫວັງ​ວ່າ, ງານ​ຕະຫຼາດນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ​ໂຮ່​ຈິ​ມິນ​​ຈະເປີດ​ກ້​ວາງ​ທັງ​​ຂອບ​ຂະ​ໜາດ, ທັງຍົກ​ສູງ​ຄຸນ​ນະ​ພາບ​ຢ່າງ​ບໍ່​ຢຸດ​ຢັ້ງ, ເສີມ​ຂະ​ຫຍາຍ​ບົດ​ບາດ ແມ່ນ​ເຫດ​ການ​ທ່ອງ​ທ່ຽວ​​ຂອງຫວຽດ​ນາມ ແລະ ພາກ​ພື້​ນ, ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ 5 ປະ​ເທດ​ຍູ້​ແຮງ​​ການພັດ​ທະ​ນາທ່ອງ​ທ່ຽວ ຂອງ​ແຕ່​ລະ​ປະ​ເທດ​ເວົ້າ​ສະ​ເພາະ ແລະ ພາກ​ພື້ນ​ເວົ້າ​ລວມ.

       ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ກໍ່​ມອບ​ລາງວັນ​ທ່ອງ​ທ່ຽວ​ແມ່​ນ້ຳ​ຂອງ​ສາ​ກົນ MTAA 2014 ຄັ້ງ​ທີ 6 ເພື່ອເຊີດ​ຊູບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ໄດ້ມີ​​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຂະ​ແໜງ​​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ