ພິທີເປີດສະຫຼອງໂຮງງານໄຟຟ້າແສງຕາເວັນແຫ່ງທໍາອິດ ຢູ່ຫວຽດນາມ

(VOVWORLD) -ໂຮງງານໄຟຟ້າແສງຕາເວັນ TTC ຟອງດ່ຽນແມ່່ນໂຮງງານໄຟຟ້າແສງຕາເວັນແຫ່ງທໍາອິດ ໄດ້ເປີດສະຫຼອງຢູ່ຫວຽດນາມ.

ວັນທີ 5 ຕຸລາ, ຢູ່ຕາແສງດ່ຽນລົກ, ເມືອງຟອງດ່ຽນ, ແຂວງ ເທື່ອທຽນເຫວ້ ຂອງຫວຽດນາມ, ກຸ່ມບໍລິສັດແທ່ງແທ່ງກົງ ແລະ ບໍລິສັດຫຸ້ນສ່ວນໄຟຟ້າ ຢາລາຍ ໄດ້ຈັດພິທີເປີດສະຫຼອງໂຮງງານໄຟຟ້າແສງຕາເວັນ TTC ຟອງດ່ຽນ. ນີ້ແມ່່ນໂຮງງານໄຟຟ້າແສງຕາເວັນແຫ່ງທໍາອິດ ໄດ້ເປີດສະຫຼອງຢູ່ຫວຽດນາມ.

        ໂຮງງານໄຟຟ້າແສງຕາເວັນ TTC ຟອງດ່ຽນ ໂດຍບໍລິສັດຫຸ້ນສ່ວນໄຟຟ້າຢາລາຍ ເປັນເຈົ້າຂອງລົງທຶນ ດ້ວຍກໍາລັງການຜະລິດແມ່ນ 35 MW, ມີຍອດເງິນລົງທຶນເກືອບ 1.000 ຕື້ດົງ.  

ຕອບກັບ

ຂ່າວ/ບົດ​ອື່ນ