ພະບາດສົມເດັດພະບໍລົມມະນຽດພະມະຫາກະສັດກຳປູເຈຍ ສິ້ນສຸດ ການຢ້ຽມຢາມຫວຽດນາມ ຢ່າງຈົບງາມ

ພະບາດສົມເດັດພະບໍລົມມະນຽດພະມະຫາກະສັດກຳປູເຈຍ ສິ້ນສຸດ ການຢ້ຽມຢາມຫວຽດນາມ ຢ່າງຈົບງາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຕ້ອນຮັບ
ພະ​ບາດ​ລົມ​​ເດັດພະ​ບໍລົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ
(ພາບ: nguyenphutrong.net)


(vovworld) -     ຕອນ​ເຊົ້າ​ວັນ​ທີ 26/9, ພະ​ບາດ​ລົມ​​ເດັດພະ​ບໍລົມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງກຳປູ​ເຈຍ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມທາງ​ລັດຖະກິດ​ເຖິງ​ຫວຽດນາມ ຢ່າງ​ເປັນ​ທາງ​ການດ້ວຍ​ໝາກຜົນ​ອັນ​ຈົບງາມ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍວັນ​ທີ 25/9, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ມີ​ການ​ເຈລະຈາ​ກັບພະ​ບາດ​ສົມ​​ເດັດພະ​ບໍລົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ ​ແລະ ຢືນຢັນ​ວ່າການ​ຢ້ຽມຢາມທາງ​ລັດຖະກິດ​ຫວຽດນາມ ຄັ້ງ​ນີ້ຂອງພະ​ບາດ​ສົມ​​ເດັດພະ​ບໍລົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ ​​ໄດ້​ປະກອບສ່ວນ​ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຄວາມ​ຈະ​ເລີ​ນຮຸງ​ເຮືອງ​ຂອງ​​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ​ແລະ ຢູ່​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong  ​ໄດ້​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ໃນ​ການ​ໃຫ້​ບຸລິ​ແກ່​ການມະສິດ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ກຳປູ​ເຈຍ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong  ກັບພະ​ບາດ​ສົມ​​ເດັດພະ​ບໍລົມມະ​ນຽດ Norodom Sihamoni ພະ​ມະຫາ​ກະສັດກຳ​ປູ​ເຈຍ ​ໄດ້​ເຫັນ​ດີ​​ເປັນ​ເອກະສັນໂດຍ​ຖື​ວ່າ ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ລະຫວ່າງ​ສ​ອງປະ​ເທດ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ​ເປັນ​ປັດ​ໃຈ​ສຳຄັນ​​ເພື່ອ​ຮັບປະກັນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊຂອງ​ແຕ່ລະ​ປະ​ເທດ​ຄວນ​ໄດ້​ຮັບ​ການ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ສືບ​ທອດ​ໃຫ້​ລຸ້ນຫຼັງ. ສອງ​ປະ​ເທດ​ຕ້ອງ​ພ້ອມ​ກັນ​ນຳ​ສາຍ​ພົວພັນ​ສາມັກຄີ, ມິດ​ຕະພາບ​ໃຫ້​ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ​ໃໝ່; ​ເປີດ​ກວ້າງ ​ແລະ ຍູ້​ແຮງ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ, ປະຕິບັດ​ກົດໝາຍ, ຍຸດຕິ​ທຳ ​ແລະ ບັນດາ​ທ້ອງ​ຖິ່ນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ