ມີການເຄື່ອນໄຫວວັດທະນະທຳຫລາຍຢ່າງທີ່ງານບຸນຕົວຫນັງສືລະດູບານໃຫມ່ປີລະກາ2017

 

ມີການເຄື່ອນໄຫວວັດທະນະທຳຫລາຍຢ່າງທີ່ງານບຸນຕົວຫນັງສືລະດູບານໃຫມ່ປີລະກາ2017 - ảnh 1
ແຕ້ມ​ຕົວ​ຫນັງ​ສື​ໃນ​ລະ​ດູ​ບານ​ໃຫມ່

(vovworld)- ນອກ​ຈາກ​ສອງ​ເນື້ອ​ໃນ​ຕົ້ນ​ຕໍ ນັ້ນ​ແມ່ນ​ງານ​ວາງ​ສະ​ແດງ​ ​ຕົວ​ຫນັງ​ສື ແລະ ການ​ເຄື່ອນ​ໄຫວແຕ້ມ​ຕົວ​ຫນັງ​ສື, ງານ​ບຸນ​ຕົວ​ຫນັງ​ສື​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ2017 ຍັງ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ແນະ​ນຳ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຊາດ​ຫວຽດ​ນາມ. ທີ່​ການ​ປະ​ຊຸມ​ຂ່າວ​ຊື່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 16/1 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ງານ​ບຸນ ຕົວ​ຫນັງ​ສື​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ​ 2017 ຈະ​ດຳ​ເນີນ​ແຕ່​ວັນ​ທີ 21/1-11/2 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ມີ​ຄວາມ​ສາ​ມາດ​ແຕ້ມ​ຕົວ​ຫນັງ​ສື ຈີນ - ຫວຽດ​ບູ​ຮານ ແລະ ຫວຽດ​ນາມ. ໃນ​ງານ​ບຸນ​ດັ່ງ​ກ່າວ ຍັງ​ວາດ​ພາບ​ເຮືອນ​ບູ​ຮານ​ຢູ່​ເຂດ​ບ້ານ​ນາ​ພາກ​ເຫນືອ​ຫວຽດ​ນາມ ແລະ ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໝູ່​ບ້ານ​ອາ​ຊີບ ຮ່າ​ໂນ້ຍ, ວາງ​ສະ​ແດງ​ພາບ​ພື້ນ​ເມືອງ ແລະ ອື່ນ​ໆ.


ຕອບກັບ

ຂ່າວ/ບົດ​ອື່ນ