ມີຊາວເອີລົບປະມານ1000ຄົນຖືກຫາຍສາບສູນໃນເຫດແຜ່ນດິນໄຫວຢູ່ເນປານ

ມີຊາວເອີລົບປະມານ1000ຄົນຖືກຫາຍສາບສູນໃນເຫດແຜ່ນດິນໄຫວຢູ່ເນປານ - ảnh 1
ເຫດ​ແຜ່ນ​ດິ​ນ​ໄຫວ​ຢູ່​ເນ​ປານ​ເຮັດ​ໃຫ້​ຊາວ​ເອີ​ລົບ​ຫລາຍ​ຄົນ
ຖືກ​ຫາຍ​ສາບ​ສູນ
ພາບ:TTXVN

(vovworld)-​ວັນ​ທີ 1/5, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ສະ​ຫະ​ພາບ​ເອີ​ລົບ (EU) ຢູ່​ເນ​ປານ ໃຫ້​ຮູ້​ວ່າ ມີ​ພົນ​ລະ​ເມືອງ EU ປະ​ມານ 1000 ຄົນ ພວມ​ຖືກ​ຫາຍ​ສາບ​ສູນ​ຢູ່ ເນ​ປານ ແລະ 12 ຄົນ​ໄດ້​ຮັບ​ຮູ້​ວ່າ​ ຖືກ​ເສຍ​ຊີ​ວິດ​ແລ້ວ. ທ່ານ  Kathmandu Rensje Teerink, ເອກ​ອັກ​ຄະ​ລັດ​ຖະ​ທູດ EU ໃຫ້​ຮູ້​ວ່າ ປະ​ຈຸ​ບັນ ບໍ່​ທັນ​ກຳ​ນົດ​ໄດ້​ຈຳ​ນວນ​ພົນ​ລະ​ເມືອງ​​ຖືກ​ຫາຍ​ສາບ​ສູນນັ້ນ ແລະ ເຂົາ​ເຈົ້າ​ສ່ວນ​ຫລາຍ​ແມ່ນ​ນັກ​ທ່ອງ​ທ່ຽວ ພວມ​ໄປ​ທ່ອງ​ທ່ຽວ​ຢູ່​ພູ Langtang ແລະ ຢູ່​ບໍ​ລິ​ເວນ Everest. ກ່ອນ​ຫນ້ານັ້ນ ຕາ​ມ​ສູນ ຮັບ​ມື​ຢ່າງ​ຮີບ​ດ່ວນ​ແຫ່ງ​ຊາດ ເນ​ປານ ແລ້ວ, ​ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ຢູ່ເຫດ​ແຜ່ນ​ດິນ​ໄຫວ​ເມື່ອ​ວັນ​ທີ 25/4 ຢູ່​ປະ​ເທດນີ້ ແມ່ນ​ຂຶ້ນ​ເຖິງ 6.204 ຄົນ ແລະ 13.932 ຄົນ​ຖືກ​ບາດ​ເຈັບ.

 

 

 

 

ຂ່າວ/ບົດ​ອື່ນ