ມີນັກທ່ອງທ່ຽວຢ້ຽມຢາມຫວຽດນາມໃນໂອກາດບຸນເຕັດປີລະກາ2017ເປັນຈຳນວນຫຼວງຫຼາຍ

ມີນັກທ່ອງທ່ຽວຢ້ຽມຢາມຫວຽດນາມໃນໂອກາດບຸນເຕັດປີລະກາ2017ເປັນຈຳນວນຫຼວງຫຼາຍ - ảnh 1
(ມີນັກທ່ອງທ່ຽວຢ້ຽມຢາມຫວຽດນາມ
ໃນໂອກາດບຸນເຕັດປີລະກາ2017ເປັນຈຳນວນຫຼວງຫຼາຍ)

(vovworld) - ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ 2017, ຫວຽດ​ນາມ ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽ​ວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ຕາມ​ຂໍ້​ມູນ​​ຂ່າວຈາກ​ບໍ​ລິ​ສັດ​ທ່ອງ​ທ່ຽວ Saigontourist ແລ້ວ:​ 2 ອາ​ທິດທຳ​ອິດເນື່ອງ​ໃນ​ໂອ​ກາດຕ້ອນ​ຮັບ​ບຸ​ນ​ເຕັດ​ປີ​ລະ​ກາ 2017 ໃນ​ລະ​ຫວ່າງວັນ​ທີ 23/12 ຫາ​ວັນ​ທີ 10/01 ​ຂອງ​ບຸນ​ເຕັດ (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ບໍ​ລິ​ສັດ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດກວ່າ 50.000 ເທື່ອ​ຄົນ; ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍ​ະ​ດຽວ​ກັນ​ຂອງ​ປີ 2016. ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຝລັ່ງ, ເຢຍ​ລະ​ມັນ, ຈີນ, ລັດ​ເຊຍ, ອາ​ເມ​ລິ​ກາ… ແມ່ນ​ຫຼາຍກວ່າ​ໝູ່. ເນື່ອງ​ໃນ​ໂອ​ກາດນີ້, Saigontourist ໄດ​້​ຮັບ​ກ່ຳ​ປັ່ນ 14 ລຳ​ ທີ່​​ໂດຍ​ສານ​ນັກ​ທ່ອງ​ທ່ຽ​ວ ແລະ ລູກ​ເຮືອກວ່າ 23.000 ຄົນມາ​ຫວຽດ​ນາມ.

        ບໍ​ລິ​ສັດ Vietrantour ໃຫ້​ຮູ້​ວ່າ, ນັກ​ທ່ອງ​ທ່ຽວ​ຈົດ​ທະ​ບຽນ​​ມາທ່ອງ​ທ່ຽວ​​ຫວຽດ​ນາມ ໃນ​ໂອ​ກາດ​ບຸນ​ເຕ​ັດຜ່ານ Vietrantour ປີ 2017 ເພີ່ມ​ຂຶ້ນກວ່າ 150% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ໃນ​ຂະ​ນະ​ນັ້ນ, ບໍ​ລິ​ສັດ Vietravel ກໍ​ຕ້ອນ​ຮັບ​ນ​ັກ​ທ່ອງ​ທ່ຽວກວ່າ 30.000 ເທື່ອ​ຄົນ.

        ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໃນ​ຊຸມມື້​ຕົ້ນ​​ບຸນ​ເຕັດ ບັນ​ດາ​ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ຊ​ວຍ​ຕ໋ຽນ, ສວນ​ສາ​ທາ​ລະ​ນະ​ວັດ​ທະ​ນະ​ທຳ ເດີ່ມ​ແຊນ, ທາ​ວ​ເກີ່ມ​ວຽນ ໄດ້​ດຶງດ​ູດ​ແຂກ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​. ແຕ່​ລະ​ມື້​ບັນ​ດາ​ສະ​ຖານ​ທີ່​​ດັ່ງ​ກ່າວໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ນັບ​ພັນ​ຄົນ. ຢູ່​ນະ​ຄອນ​ຮ່າ​ໂນ້ຍ, ໃນ​ຊຸນ​ມື​ບຸນ​​ເຕັດ, ຈຳ​ນວ​ນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ ບັນ​ລຸກວ່າ 23.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 7,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ຢູ່​ເຂດ​ພາກ​ກາງ, ແຂວງ ເທື່ອ​ທຽນ​ - ເຫ້ວ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວກວ່າ 92.000 ເທື່ອ​ຄົນ; ນະ​ຄອນ​ດ່ານັ້ງ ກໍ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວກວ່າ 260.500 ເທື່ອ​ຄົນ, ເພີ່ມ​ຂຶ້ນ 17% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016.

ຂ່າວ/ບົດ​ອື່ນ