ມີ​ວິ​ສາ​ຫະ​ກິດ​ກ່​ວາ 95% ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຄືນ​ໃໝ່

(VOVWORLD) -ທີ່ການຖະແຫຼງຂ່າວ, ທ່ານນາງ ຫງວຽນທິກິມງອກ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ໄລ່ຮອດວັນທີ 1 ພະຈິກ, ມີວິສາຫະກິດກ່ວາ  95% ໄດ້ຈົດລະບຽນເຄື່ອນໄຫວຄືນໃໝ່.
ມີ​ວິ​ສາ​ຫະ​ກິດ​ກ່​ວາ 95% ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຈົດ​ທະ​ບຽນ​ເຄື່ອນ​ໄຫວ​ຄືນ​ໃໝ່ - ảnh 1ການຖະແຫຼງຂ່າວ ກ່ຽວກັບສະພາບການປ້ອງກັນ,ຕ້ານໂລກລະບາດໂຄວິດ - 19ໃນບໍລິເວນນະຄອນໂຮ່ຈີມິນ (ພາບ: thanhnien.vn)

ຕອນຄ່ຳວັນທີ 1 ພະຈິກ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນໂຮ່ຈີມິນ ພາຍຫຼັງ ການປະຕິບັດແຍກຫ່າງສັງຄົມມາເປັນເວລາ 1 ເດືອນ. ຕາມຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ ແລ້ວ, ພາຍຫຼັງການຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ໃຫ້ເດັກໃນເກນອາຍຸ 12 – 17 ປີ ມາເປັນເວລາ 4 ວັນ, ມີເດັກກ່ວາ 445.000 ຄົນ ໄດ້ຮັບການສັກວັກຊິນ.

ທີ່ການຖະແຫຼງຂ່າວ, ທ່ານນາງ ຫງວຽນທິກິມງອກ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ໄລ່ຮອດວັນທີ 1 ພະຈິກ, ມີວິສາຫະກິດກ່ວາ  95% ໄດ້ຈົດລະບຽນເຄື່ອນໄຫວຄືນໃໝ່. ຢູ່ເຂດອຸດສາຫະກຳສູງ, ມີ ວິສາຫະກິດ 100% ໄດ້ກັບຄືນມາເຄື່ອນໄຫວ ດ້ວຍຜູ້ອອກແຮງງານກ່ວາ 84%.

ຕອບກັບ

ຂ່າວ/ບົດ​ອື່ນ