ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບຢູ່ເກາະ ດ໋າລາດ, ໝູ່ເກາະ ເຈື່ອງຊາ

ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບຢູ່ເກາະ ດ໋າລາດ, ໝູ່ເກາະ ເຈື່ອງຊາ - ảnh 1
(ເກາະ ດ໋າລາດ ຕັ້ງຢູ່​ຕອນ​ໃຕ້​ໝູ່​ເກາະ ​ເຈື່ອງ​ຊາ, ຫວຽດນາມ)

(vovworld) -     ຕອນ​ບ່າຍ​ວັນ​ທີ 03/01, ຄະນະ​ປະຕິບັດ​ງານກໍ່າ​ປັ່ນ​ຮົບ HQ 571 ​ໄດ້​ໄປ​ເຖິງ​ເກາະ ດ໋າລາດ (Đá Lát). ນີ້​ແມ່ນ​​ເກາະ​ທີ່​ໃກ້​ກັບ​ເຂດ​ດິນ​ຕໍ່​ແຜນ​ທີ່​ສຸດ, ຕັ້ງຢູ່​ຕອນ​ໃຕ້​ ໝູ່​ເກາະ ​ເຈື່ອງ​ຊາ, ຫ່າງ​ຈາກ​ຝັ່ງທະ​ເລ ກາມ​ແຮງ (Cam Ranh) ກວ່າ 240 ​ໄມ​ທະ​ເລ. ນະ​ທີ່​ນີ້, ພັນ​ໂທ ຫງວຽນ​ຮົ່ງກວນ (Nguyễn Hồng Quân), ຮອງ​ຫົວໜ້າກອງ​ພົນ​ນ້ອຍ, ​ຫົວໜ້າ​ການ​ທະຫານ​ກອງ​ພົນ​ນ້ອຍ 146, ​ກອງທັບ​ເຮືອເຂດ 4, ຫົວ​ໜ້າ​ຄະນະ​ປະຕິບັດ​ງານ, ​ໄດ້​ມອບ​ຂອງ​ຂວັນ​ປີ​ໃໝ່ (ປີ​ຊວດ) ຈາກ​ບັນດາອົງການ, ໝູ່​ຄະນະ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວປະ​​ເທດຟາກໃຫ້​ພະນັກງານ, ນັກຮົບ​ເກາະ ດ໋າລາດ ແລະ ຟາກຄຳ​ອວຍພອນ​ໄຊ​ເຖິງ​ພະນັກ​ງານ, ນັກຮົບ ​ແລະ ຄອບຄົວ​ທີ່​ພວມ​ປະຕິບັດ​ງານ​ຢູ່​ທີ່​ນີ້. ພັນ​ໂທ ຫງວຽນ​ຮົ່ງກວນ ຢືນຢັ​ນວ່າ, ຍາມ​ໃດ ພັກ, ລັດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ກໍ​ສະຫງວນ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ​ເຖິງ​ນັກຮົບ ທີ່​ພວມ​ຕັ້ງ​ທັບ​ຢູ່​ບັນດາ​ເຂດ​ໝູ່​ເກາະ​ທີ່​ຫ່າງ​​ໄກຈາກ​ປະ​ເທດ​ຊາດ​ເວົ້າ​ລວ​ມ ​ແລະ ພະນັກງານ, ນັກຮົບ​ເກາະ ດ໋າລາດ ​ເວົ້າ​ສະ​ເພາະ. ຮ້ອຍ​ເອກ ​ເຈືອງ​ຮົ່ງ​ເຟື້ອງ (Trương Hồng Phượng), ​ຮັບຜິດຊອບ​ວຽກ​ງານ​ຢູຸ່ເກາະ ດ໋າລາດ, ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພະນັກງານ, ນັກ​ຮົບ​ໃນ​ເກາະດ໋າລາດ ຈະ​ສາມັກຄີ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ເພື່ອປົກ​ປັກ​ຮັກສາ​ອະທິປະ​​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ​ໃຫ້​ໝັ້ນຄົງ.

ຂ່າວ/ບົດ​ອື່ນ