(vovworld) - ໃນວັນທີ 30 ແລະ 31/1, ຄະນະປະຕິບັດງານກອງບັນຊາການທະຫານເຮືອເຂດ 1 ໄດ້ລົງຢ້ຽມຢາມ, ມອບຂອງຂວັນປີໃໝ່ໃຫ້ແກ່ພະນັກງານ, ນັກຮົບຢູ່ເກາະ ເຈີນ, ເມືອງ ໂກໂຕ ແລະ ເກາະ ຈ່າບານ, ເມືອງ ເວີນດົນ, ແຂວງກວາງນິນ. ຢູ່ບ່ອນຕ່າງໆທີ່ຄະນະໄດ້ຢ້ຽມຢາມ, ການນຳກອງບັນຊາການທະຫານເຮືອເຂດ 1 ໄດ້ອວຍພອນທະຫານ ແລະ ປະຊາຊົນໃນເກາະ 2 ແຫ່ງດັ່ງກ່າວຈະມີສຸຂະພາບເຂັ້ມແຂງ, ໄດ້ຕ້ອນຮັບບຸນເຕັດ ປີ ມະເສງ ຢ່າງເບີກບານມ່ວນຊື່ນ, ກຽມພ້ອມປະຕິບັດໜ້າທີ່ປົກປັກຮັກສາເຂດໝູ່ເກາະທະເລຂອງປະເທດຊາດເປັນຢ່າງດີ. ທ່ານພັນເອກ ຫງວຽນກວກວັນ, ຫົວໜ້າການເມືອງ ກອງບັນຊາການທະຫານເຮືອເຂດ 1 ໃຫ້ຮູ້ວ່າ:
“ພະນັກງານ, ນັກຮົບໃນເກາະລ້ວນແຕ່ຮັບຮູ້ໜ້າທີ່ເປັນຢ່າງດີ, ກະກຽມທຸກດ້ານໃຫ້ດີ ເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ, ດ້ວຍຈິດໃຈເບີກບານມ່ວນຊື່ນ, ປອດໄພ ແລະ ກຽມພ້ອມສູ້ຮົບຢ່າງສູງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ບັນດາພະນັກງານ, ນັກຮົບທະຫານເຮືອເຂດ 1 ໃນເກາະແຫ່ງຕ່າງໆ ຈະປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ”
ທະຫານເຮືອເຂດ 1 ແມ່ນກົມກອງຫຼັກແຫຼ່ງໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທາງພາກເໜືອຂອງປະເທດຊາດ.