ມອບ​ລາງວັນ​ໃຫ້​ແກ່ 20 ​ໂຄງ​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ດີ​ເດັ່ນຂອງ​ນັກ​ຮຽນ, ນັກ​ສຶກ​ສາ

(VOVWORLD) -ພາຍຫຼັງທີ່ດຳເນີນຢ່າງຟົດຟື້ນເປັນເວລາ 2 ວັນ, ວັນບຸນເລີ່ມຕົ້ນທຸລະກິດລະດັບຊາດສຳລັບນັກຮຽນ, ນັກສຶກສາ ປີ 2022 ໄດ້ອັດລົງໃນຕອນບ່າຍວັນທີ 27 ມີນາ ຢູ່ແຂວງ ຫວິງຟຸກ.
ມອບ​ລາງວັນ​ໃຫ້​ແກ່ 20 ​ໂຄງ​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ດີ​ເດັ່ນຂອງ​ນັກ​ຮຽນ, ນັກ​ສຶກ​ສາ - ảnh 1ມອບລາງວັນໃຫ້ແກ່ 20 ໂຄງການເລີ່ມຕົ້ນທຸລະກິດດີເດັ່ນຂອງນັກຮຽນ, ນັກສຶກສາ (ພາບ: tuoitrethudo.com.vn)

ຄະນະຈັດຕັ້ງໄດ້ມອບ 20 ລາງວັນໃຫ້ແກ່ໂຄງການເລີ່ມຕົ້ນທຸລະກິດທີ່ດີເດັ່ນໃນກຸ່ມນັກສຶກສາ, ນັກຮຽນ ດ້ວຍລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ, ລາງວັນທີສາມ 6 ລາງວັນ ແລະ ລາງວັນຊົມເຊີຍ 8 ລາງວັນ. ໃນນັ້ນ, ລາງວັນທີໜຶ່ງກຸ່ມນັກສຶກສາ ແມ່ນໄດ້ແກ່ໂຄງການ ELLA -ໂປແກຼມແນະນຳການແຕ່ງຕົວຂອງມະຫາວິທະຍາໄລສາກົນ - ມະຫາວິທະຍາໄລນະຄອນ ໂຮ່ຈີມິນ. ລາງວັນທີໜຶ່ງກຸ່ມນັກຮຽນ ໄດ້ແກ່ ໂຄງການ “WELLIFE - ໂປແກຼມໜູນຊ່ວຍການຄຸ້ມຄອງການນຳໃຊ້ຢາ ແລະ ເຊື່ອມຕໍ່ໃນການປິ່ນປົວ” ຂອງນັກຮຽນ ມັດທະຍົມຕອນປາຍ ເຈິ່ນຝູ, ສັງກັດພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ຫວິງຝູກ.

ໂດຍສືບທອດຜົນສຳເລັດຂອງການເສັງນັກຮຽນ, ຮັກສຶກສາກັບແນວຄິດເລີ່ມຕົ້ນທຸລະກິດຄັ້ງທີ IV, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈະປຸກລະດົມການເສັງນັກຮຽນ, ນັກສຶກສາດ້ວຍແນວຄວາມຄິດເລີ່ມຕົ້ນທຸລະກິດຄັ້ງທີ V. ຄາດວ່າການເສັງດັ່ງກ່າວຈະຈັດຂຶ້ນຢູ່ມະຫາວິທະຍາໄລ ເຫວ້ ໃນທ້າຍປີ 2022.


 

ຕອບກັບ

ຂ່າວ/ບົດ​ອື່ນ