ມອບຫຼຽນກາລະນຶກ“ເພື່ອພາລະກິດສ້າງສາແລະພັດທະນາສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ”

ມອບຫຼຽນກາລະນຶກ“ເພື່ອພາລະກິດສ້າງສາແລະພັດທະນາສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ” - ảnh 1
(ພາບ: Phạm Văn Thảo/Vietnam+)

(vovworld) – ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຫາ​ກໍ​ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ກາລະ​ນຶກ “​ເພື່ອ​ພາ​ລະ​ກິດ​ສ້າງສາ ​ແລະ ພັດທະນາສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ” ​ໃຫ​້ທ່ານ​ນາງ Preeti Saran, ​ເອກ​ອັກຄະ​ລັດ​ຖະທູດ​ວິ​ສາມັນ​ຜູ້​ມີ​ອຳນາ​ດ​ເຕັມ​ແຫ່ງ ສ. ອິນ​ເດຍ ປະຈຳ ຫວຽດນາມ. ອວຍພອນ​ໃຫ້​ທ່ານ​ນາງ Preeti Saran​ ທີ່​ໄດ້​ຮັບ​ຂອງຂວັນ​ອັນ​ສູງ​ສົ່ງ​ທີ່​ສຸດ​ຈາກ​ສະ​ຖາ​ບັນ, ສາດສະດາ​ຈານ, ດຣ ຕະງອກ​​ເຕີ້​ນ ​ໄດ້​ຊີ້​ແຈ້ງ​ບັນດາ​ການ​ປະກອບສ່ວນ​ອັນລຳ້​ຄ່າ​ຂອງ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ ສຳລັບ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອິນ​ເດຍ, ພິ​ເສດ​ແມ່ນ​ບັນດາ​ການ​ປະກອບສ່ວນ​ໃນ​ການ​ສ້າງສາ, ພັດທະນາ​ສູນ​ຄົ້ນ​ຄ້ວາ ອິນ​ເດຍ ຢູ່ ສະ​ຖາ​ບັນ ​ແລະ ກໍ່ສ້າງ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ຍືນ​ຍົງ ລະຫວ່າງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ກັບ ສ. ອິນ​ເດຍ. ທ່ານ​ນາງເອກ​ອັກຄະ​ລັດ​ຖະທູດ Preeti Saran, ຢືນຢັນ​ວ່າ ພາຍຫຼັງ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູ​ດຢູ່ ຫວຽດນາມ, ​ໃນ​ຖານະ​ຕຳ​ແໜ່​ງ​​ເປັນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ, ຮັບຜິດຊອບ​ທາງ​ທິດຕາ​ເວັນ​ອອກ, ທ່ານ​ນາງ​ຈະ​ສື​ບຕໍ່​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ກໍ​ຄື​ລະຫວ່າງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ກັບ​ບັນດາ​ຫົວໜ່ວຍຄົ້ນ​ຄ້ວາ​​ແຖວ​ໜ້າຢູ່ ອິນ​ເດຍ. ​ໂດຍ​ຕາງໜ້າ​ໃຫ້​ລັດຖະບານ ອິນ​ເດຍ, ທ່ານ​ນາງ ເອກ​ອັກຄະ​ລັດ​ຖະທູດ Preeti Saran​ ​ໄດ້​ມອບ​​ເງິ​ນຊ່ວຍ​ເຫຼືອ​ໃຫ້​ແກ່​ສູນ​ຄົ້ນ​ຄ້ວາ ອິນ​ເດຍ ຈຳນວນ​ 100.000 USD.


ຂ່າວ/ບົດ​ອື່ນ