ມຽນ​ມາ: ທ່ານ​ນາງ​ ອັງ​ຊອງ​ຊູ​ຈີ - ຜູ້​ນຳ​ ມຽນ​ມາ ຖືກ​ຈັບ​ຕົວ

(VOVWORLD) -ທ່ານນາງ ຊູຈີ, ທ່ານປະທານາທິບໍດີ Win Myint ແລະ ການນຳຄົນອື່ນໆກໍນອນໃນບັນຊີລາຍຊື່ຜູ້ຖືກຈັບຕົວ.
ມຽນ​ມາ: ທ່ານ​ນາງ​ ອັງ​ຊອງ​ຊູ​ຈີ - ຜູ້​ນຳ​ ມຽນ​ມາ ຖືກ​ຈັບ​ຕົວ - ảnh 1ທ່ານນາງ ອັງຊອງຊູຈີ - ຜູ້ນຳ ມຽນມາ ຖືກຈັບຕົວ (ພາບ:Reuters)

ວັນທີ 1 ກຸມພາ, ໂຄສົກພັກສະຫະພັນແຫ່ງຊາດ ເພື່ອປະຊາທິປະໄຕ ກຳອຳນາດ (NLD) ຢູ່ ມຽນມາ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາງ ອັງຊອງຊູຈີ - ຜູ້ນຳ ມຽນມາ ແລະ ເຈົ້າໜ້າທີ່ຂັ້ນສູງຂອງພັກກຳອຳນາດ ຖືກຈັບຕົວໃນເຫດບຸກໂຈມຕີຂອງກອງທັບ ເຊິ່ງເກີດຂຶ້ນໃນຕອນເຊົ້າຂອງວັນດຽວກັນ.

        ເມື່ອແລກປ່ຽນຜ່ານທາງໂທລະສັບກັບສຳນັກຂ່າວສານ Reuters, ໂຄສົກ Myo Nyunt ໃຫ້ຮູ້ວ່າ ທ່ານນາງ ຊູຈີ, ທ່ານປະທານາທິບໍດີ Win Myint ແລະ ການນຳຄົນອື່ນໆກໍນອນໃນບັນຊີລາຍຊື່ຜູ້ຖືກຈັບຕົວ. ທ່ານຮຽກຮ້ອງໃຫ້ປະຊາຊົນ ມຽນມາ ບໍ່ຄວນມີການກະທຳຢ່າງຟ້າວຟັ່ງ ແລະ ຕ້ອງປະຕິບັດຕາມລະບຽບກົດໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ