ມີເອກະສານລ້ຳຄ່າຫຼາຍຢ່າງໄດ້ວາງສະແດງຢູ່ງານວາງສະແດງທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2022

(VOVWORLD) -ງານວາງສະແດງໄດ້ວາງສະແດງເອກະສານທີ່ລ້ຳຄ່າຄືເອກະສານວັນນະກຳ ແລະ ແຜນທີບູຣານ, ແຜນທີບູຮານຂອງ ຈີນ ທີ່ບໍ່ມີ ຮ່ວາງຊາ ແລະ ເຈື່ອງຊາ
ມີເອກະສານລ້ຳຄ່າຫຼາຍຢ່າງໄດ້ວາງສະແດງຢູ່ງານວາງສະແດງທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2022 - ảnh 1 (ງານວາງສະແດງໄດ້ວາງສະແດງເອກະສານທີ່ລ້ຳຄ່າ)

ວັນທີ 14 ມີນາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດຊາດນະຄອນ ໂຮ່ຈີມິນ ໄດ້ໄຂງານວາງສະແດງ “ທະເລ ແລະ ໝູ່ເກາະ ຫວຽດນາມ ປີ 2022” ເນື່ອງໃນໂອກາດສະເຫຼີມສະຫຼອງ 34 ປີແຫ່ງວັນທະຫານເຮືອ 64 ຄົນເສຍສະຫຼະຊີວິດຢູ່ເກາະ ກາກມາ (14 ມີນາ 1988 – 14 ມີນາ 2022).

        ງານວາງສະແດງໄດ້ວາງສະແດງເອກະສານທີ່ລ້ຳຄ່າຄືເອກະສານວັນນະກຳ ແລະ ແຜນທີບູຣານ, ແຜນທີບູຮານຂອງ ຈີນ ທີ່ບໍ່ມີ ຮ່ວາງຊາ ແລະ ເຈື່ອງຊາ, ບັນດາແຜນທີຂອງຝ່າຍຕາເວັນຕົກມີສະຖານທີ່ ຮ່ວາງຊາ ແລະ ເຈື່ອງຊາ, ແຜນທີສະໄໝແອກປົກຄອງຂອງ ຝລັ່ງ ມີ ຮ່ວາງຊາ ແລະ ເຈື່ອງຊາ ບັນດາແຜນທີມີຮູບພາບທະເລໝູ່ເກາະ ຫວຽດນາມ ນັບແຕ່ປີ 1975 ມາຮອດປະຈຸບັນ… ນອກນັ້ນ, ຜູ້ມາຢ້ຽມຊົມຍັງໄດ້ຮັບຊົມຮູບຈຳລອງກ່ຳປັ່ນ 7 ລຳຂອງທະຫານເຮືອ ຫວຽດນາມ ຜ່ານສະໄໝປະຫວັດສາດຕ່າງໆ. ພ້ອມກັນນັ້ນແມ່ນເອກະສານ, ປື້ມ, ໜັງສືພິມ, ພາບຖ່າຍ ແລະ ວີດີໂອເອກະສານອື່ນຫຼາຍຢ່າງທີ່ກ່ຽວຂ້ອງເຖິງເນື້ອໃນທະເລ, ໝູ່ເກາະ ຫວຽດນາມ. ງານວາງສະແດງໄດ້ດຳເນີນແຕ່ວັນທີ 14 ມີນາ ຮອດວັນທີ 20 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ