ຢູ່ ຫວຽດນາມ ມີ 3 ທ້ອງຖິ່ນດຳເນີນການສັກວັກຊິນກັນພະຍາດໂຄວິດ 19 ໃຫ້ແກ່ເດັກມີອາຍຸແຕ່ 5 ຫາ ຕ່ຳກ່ວາ 12 ປີ
(VOVWORLD) -ໄລ່ມາຮອດປັດຈຸບັນ ມີ 3 ທ້ອງຖິ່ນດຳເນີນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກແຕ່ 5 ຫາ 12 ປີ, ນັ້ນແມ່ນ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ນັບແຕ່ວັນທີ 18 ເມສາ, ບັນດາແຂວງ, ນະຄອນອື່ນ ກໍຈະດຳເນີນການສັກວັກຊິນໃຫ້ແກ່ເດັກໃນເກັ່ນອາຍຸດັ່ງກ່າວເຊັ່ນດຽວກັນ.
(ພາບປະກອບ: TTXVN) |
ວັນທີ 17 ເມສາ, ຂະແໜງສາທາລະນະສຸກ ຮ່າໂນ້ຍ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃນໄວເດັກທີ່ມີອາຍຸແຕ່ 5 ຫາ ຕ່ຳກ່ວາ12 ປີ. ກ່ອນໜ້ານັ້ນ, ວັນທີ 16 ເມສາ, ມີ 3 ເມືອງທຳອິດໄດ້ຜັນຂະຫຍາຍການສັກວັກຊິນນັ້ນແມ່ນ ເມືອງ ຮ່າດົງ, ເມືອງຝູຊວຽນ ແລະ ເມືອງ ຊອັກເຊີນ. ຮ່າໂນ້ຍ ໄດ້ຮັບວັກຊິນ Moderna 72.700 ໂດສ ຈາກສະຖາບັນອະນາໄມລະບາດວິທະຍາສູນກາງ ເພື່ອຈັດແບ່ງໃຫ້ເມືອງ, ເທດສະບານເມືອງໃນບໍລິເວນ. ຕາມແຜນການແລ້ວ, ເດັກນ້ອຍທີ່ມີອາຍຸແຕ່ 5 – 12 ປີ ຢູ່ຮ່າໂນ້ຍ ມີປະມານ ກວ່າ 1 ລ້ານຄົນ. ຄາດວ່າ ບັ້ນສັກວັກຊິນຄັ້ງນີ້ ຈະດຳເນີນໃນເວລາປະມານ 10 ວັນ.
ເປັນອັນວ່າ ໄລ່ມາຮອດປັດຈຸບັນ ມີ 3 ທ້ອງຖິ່ນດຳເນີນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກແຕ່ 5 ຫາ 12 ປີ, ນັ້ນແມ່ນ ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ນັບແຕ່ວັນທີ 18 ເມສາ, ບັນດາແຂວງ, ນະຄອນອື່ນ ກໍຈະດຳເນີນການສັກວັກຊິນໃຫ້ແກ່ເດັກໃນເກັ່ນອາຍຸດັ່ງກ່າວເຊັ່ນດຽວກັນ.