ລັດ Oregon ຂອງອາເມ ລິກາຢາກຍົກສູງການ ພົວພັນຮ່ວມມືກັບ ຫວຽດນາມ


ລັດ Oregon ຂອງອາເມ ລິກາຢາກຍົກສູງການ ພົວພັນຮ່ວມມືກັບ ຫວຽດນາມ - ảnh 1

 (ພາບປະກອບ)

 (vovworld)- ຫວ່າງ​ແລ້ວ​ນີ້, ຢູ່​ເມືອງ​ເອກ Salem ຂອງ​ລັດ Oregon, ທ່ານ​ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານຜູ້​ວ່າການ​ລັດ John Kitzhaber ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລັດ Oregon.

  ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ລັດ Oregon ​ແລະ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ສຶກສາ-​ບຳລຸງ​ສ້າງ, ການ​ຄ້າ-​ການ​ລົງທຶນ ​ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ ກໍ່​ຄື​ບັນດາ​ຄວາມ​ຄຶບໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ​ໃນ​ນັ້ນມີ​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ອາຊີ-​ປາຊີ​ຟິກ (TPP). ທ່ານ​ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ແລະ ຜູ້​ວ່າການ​ລັດ John Kitzhaber ​ເຫັນ​ດີສະໜັບສະໜູນ​ຂໍ້​ລິ​ເລິ່ມການ​ສ້າງ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລັດ Oregon ອີງຕາມ​ບັນດາ​ການ​ພົວພັນ​ທີ່​ມີ​ຢູ່​ແລ້ວ, ສ້າງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່ ​ແລະ ​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ນັບ​ມື້​ນັບ​ພັດທະນາ, ​ເຂົ້​າສູ່​ລວງ​ເລິກ. ລັດ Oregon ມີ​ພົນລະ​ເມືອງ​ເກືອບ 4 ລ້ານ​ຄົນ ດ້ວຍ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປີ 2013 ບັນລຸ​ເກືອບ 220 ຕື້​ໂດ​ລາ​ສະຫະລັດ./.

ຂ່າວ/ບົດ​ອື່ນ