ລົດຂອງທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຈີນ ຖືກບຸກໂຈມຕີ

ລົດຂອງທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຈີນ ຖືກບຸກໂຈມຕີ - ảnh 1

​​(ພາບປະກອບ:dantri.com.vn)

( vovworld ) – ລົດ​ຂອງ​ທ່ານ Uichiro Niwa ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ ປະຈຳ​ຈີນ ຫາ​ກໍ່​ຖືກ​ບຸກ​ໂຈມ​ຕີ​ຢູ່​ນະຄອນຫຼວງ​ປັກກີ​ງ ​ເມື່ອ​ວັນ​ທີ 27/8. ​ແຫຼ່ງຂ່າວ​ຈາກ​ສະຖານທູດ​ຍີ່ປຸ່ນ ປະຈຳ​ຈີນ ​ໃຫ້​ຮູ້​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ Uichiro Niwa ບໍ່​ຖືກ​ບາດ​ເຈັບ​ໃນ​ການ​ບຸກ​ໂຈມ​ຕີຄັ້ງນີ້. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Kyodo ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຈາກສະຖານທູດ​ຍີ່ປຸ່ນ ປະຈຳ​ຈີນ ​ໂດຍ​ໃຫ້​ຮູ້​ວ່າ: ຝ່າຍ​ຈີນ ​ໄດ້​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເຫດການ​ດັ່ງກ່າວ. ​ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ສະພາບ​ການ​ທີ່ສາຍ​ພົວພັນ​ລະຫວ່າງຈີນ-​ຍີ່ປຸ່ນ ພວມ​ເຄັ່ງ​ຕຶງ​ຂຶ້ນ​ ຍ້ອນ​ການ​ພິພາດ​ເຂດ​ດິນ​ແດນ​ໃນ​ໝູ່​ເກາະ Senkaku. ​ໃນ 2 ອາທິດ​ມາ​ນີ້, ຢູ່​ນະຄອນ​ໃຫ່ຍ​ແຫ່ງ​ຕ່າງ​ຂອງ​ຈີນ ​ໄດ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງຂະໜາດ​ໃຫ່ຍຢ່າງ​ລຽນຕິດ ​ເພື່ອ​ຄັດຄ້ານ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ