(vovworld) - ຕອນບ່າຍວັນທີ 19/12, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະສ້າງສັນບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກເຖິງຄວາມສຳຄັນພິເສດຂອງລັດຖະທຳມະນູນສະບັບປັບປຸງເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຜ່ານມາ. ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ນີ້ແມ່ນເອກະສານນິຕິກຳທີ່ມີຄວາມສຳຄັນພິເສດ ສ້າງພື້ນຖານດ້ານກົດໝາຍໃຫ້ແກ່ໄລຍະພັດທະນາໃໝ່ຂອງຊາດ, ໃນນັ້ນວຽກງານການຕ່າງປະເທດຂອງປະເທດ. ຂະແໜງການທູດຄວນເອົາໃຈໃສ່ເຖິງເລື່ອງເຜີຍແຜ່ເນື້ອໃນຂອງລັດຖະທຳມະນູນສະບັບປັບປຸງ ເຖິງເພື່ອນມິດຢູ່ປະເທດຕ່າງໆໃນໂລກ, ພິເສດແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງສືບຕໍ່ຊອກຮູ້, ສົ່ງເສີມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດບັນດາປະເທດໃນໂລກເຂົ້າໃຈຢ່າງເລີກເຊິ່ງກວ່າ.
ກ່ຽວກັບທິດທາງວຽກງານການຕ່າງປະເທດໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ຂະແໜງການທູດຄວນສືບຕໍ່ປະຕິບັດບັນດາໜ້າທີ່ທີໄດ້ກຳນົດໃນມະຕິຂອງກອງປະຊຸມໃຫຍ່ຊຸດທີ 11 ຂອງພັກເປັນຢ່າງດີ ນັ້ນແມ່ນ: ຮັກສາສະພາບແວດລ້ອມສັນຕິພາບ, ສະດວກສະບາຍເພື່ອພັດທະນາ; ປົກປັກຮັກສາເອກະລາດ, ປະຊາທິປະໄຕ, ພື້ນແຜ່ນດິນອັນຄົບຖ້ວນ; ປົກປັກຮັກສາລະບົບລັດທິສັງຄົມນິຍົມ; ຍົກສູງທີ່ຕັ້ງຂອງປະເທດຊາດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມຢູ່ໃນໂລກ.