ລັດ​ຖະ​ບານ ລັດ​ເຊຍ ໄດ້​ສ້າງ​ແຜນ​ການ​ກະ​ທຳ​ເພື່ອ​​ຮັກ​ສາ​ພື້ນ​ຖານ​ເສດ​ຖະ​ກິດໃຫ້​ເປັນ​ປົກ​ກະ​ຕິ

(VOVWORLD) -ຜູ້ນຳລັດຖະບານ ກໍ່ໃສ່ໃຈບັນດາມາດຕະການໜູນຊ່ວຍຂະແໜງກໍ່ສ້າງ. ຕາມທ່ານແລ້ວ, ໜ້າທີ່ຫຼັກເຊິ່ງຄະນະລັດຖະບານຕ້ອງປະເຊີນໜ້າໃນປັດຈຸບັນ ແມ່ນບໍ່ອະນຸຍາດຢຸດຕິການກໍ່ສ້າງ. 
ລັດ​ຖະ​ບານ ລັດ​ເຊຍ ໄດ້​ສ້າງ​ແຜນ​ການ​ກະ​ທຳ​ເພື່ອ​​ຮັກ​ສາ​ພື້ນ​ຖານ​ເສດ​ຖະ​ກິດໃຫ້​ເປັນ​ປົກ​ກະ​ຕິ - ảnh 1ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin (ພາບ: Reuters)

ວັນທີ 9 ມີນາ, ກ່າວຄຳເຫັນທີ່ກອງປະຊຸມຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໃຫ້ຮູ້ວ່າ, ລັດຖະບານລັດເຊຍໄດ້ສ້າງແຜນການກະທຳເພື່ອຮັກສາພື້ນຖານເສດຖະກິດໃຫ້ເປັນປົກກະຕິ ກ່ອນບັນດາຄຳສັ່ງລົງໂທດຈະເພີ່ມຂຶ້ນ. ໃນບັນດາຂໍ້ສະເໜີຂອງລັດຖະບານ ແມ່ນຢຸດຕິການເກັບພາສີລາຍຮັບສຳລັບອອກເບ້ວໄດ້ຈາກເງິນຝາກທະນາຄານຢູ່ລັດເຊຍ, ກໍ່ຄືຍົກລະດັບພາສີ ສຳລັບເຈົ້າຂອງລົດໂອໂຕແຕ່ 3 ລ້ານ ຂຶ້ນ 10 ລ້ານ RUB. ທ່ານນາຍົກລັດຖະມົນຕີ Mishustin ກໍ່ປະກາດຈັດແບ່ງເງິນຕື່ມອີກ 25 ຕື້ RUB ເພື່ອໜູນຊ່ວຍບ້ວງເງິນກູ້ຢືມບູລິມະສິດໃຫ້ແກ່ບັນດາຜູ້ຜະລິດດ້ານກະສິກຳ, ກໍ່ຄື 2,5 ຕື້ RUBເພື່ອທົດແທນ ຄ່າໃຊ້ຈ່າຍ ສ່ວນໜຶ່ງໃຫ້ແກ່ບັນດາຜູ້ຜະລິດເຂົ້າຈີ່.

ຜູ້ນຳລັດຖະບານ ກໍ່ໃສ່ໃຈບັນດາມາດຕະການໜູນຊ່ວຍຂະແໜງກໍ່ສ້າງ. ຕາມທ່ານແລ້ວ, ໜ້າທີ່ຫຼັກເຊິ່ງຄະນະລັດຖະບານຕ້ອງປະເຊີນໜ້າໃນປັດຈຸບັນ ແມ່ນບໍ່ອະນຸຍາດຢຸດຕິການກໍ່ສ້າງ. ນີ້ແມ່ນສິ່ງສຳຄັນ ກ່ອນອື່ນໝົດແມ່ນສຳລັບພົນລະເມືອງລັດເຊຍນັບລ້ານຄົນ ເຊິ່ງແມ່ນຜູ້ທີ່ມີຄວາມຕ້ອງການເຮືອນຢູ່ ກໍ່ຄືບັນດາການເຄື່ອນໄຫວດຳເນີນທຸລະກິດຫຼັກແຫຼ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ