ລັດຖະບານເຢຍລະມັນຮັບຮອງເອົາຮ່າງກົດໝາຍກ່ຽວກັບການເຊື່ອມໂຍງ

ລັດຖະບານເຢຍລະມັນຮັບຮອງເອົາຮ່າງກົດໝາຍກ່ຽວກັບການເຊື່ອມໂຍງ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 25/05, ລັດ​ຖະ​ບານ​ສະ​ຫະ​​ພັ​ນ​ເຢຍ​ລະ​ມັນ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ, ເຊິ່ງ​ຕາມນັ້ນ​ແລ້ວ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຊາວ​ອົບ​ພະ​ຍົບ​ເຂົ້າ​ຮ່ວມ​ຕະ​ຫຼາດ​ແຮງ​ງານ, ແຕ່ຄວາມຮັບ​​ຜິດ​ຊອບ​ຂອງ​​ເຂົາເຈົ້າກໍ່​ຕ້ອງ​ຕິດ​ພັນ​ກັນໃນ​ການ​ເຊື່ອມ​ໂຍງ. ກ່​າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ດຽ​ວ​ກັນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ຖື​ເລື່ອງ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍນີ້​ແມ່ນ​ເຫດ​ການ​ທີ່ຍິ່ງ​ໃຫຍ່ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ​ຊາວ​ອົບ​ພະ​ຍົບ ແລະ ຊາວຫຼົບ​ໄພເຂົ້າ​ໃນ​ສັງ​ຄົມ​ເຢຍ​ລະ​ມັນ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ຊາວ​ອົບ​ພະ​ຍົບ​ຈະ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ໃຫ້​ເປັນ​ຢ່າງ​ດີ ເພື່ອ​ສາ​ມາດ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ.

        ຕາມ​ຂໍ​້​ກຳ​ນົດ​ໃໝ່, ໃນ​ອະ​ນາ​ຄົດ, ຊາວ​ອົບ​ພະ​ຍົບ ແລະ ຊາວຫຼົບ​ໄພ ຈະ​ໄດ້​ຮັບ​ການ​ຮັບ​ຮອງ ຖ້າ​ຫາກ​ຕອບ​ສະ​ໜອງ​ເງື່ອນ​ໄຂຢ່າງ​ພຽງ​ພໍ ​ແມ່ນສາ​ມາດ​ເລືອກ​ບ່ອນ​ຢູ່​ອາ​ໄສ​​ໄດ້ພາຍ​ຫຼັງ​ໄລ​ຍະ 5 ປີ, ແທນ​ທີ່​ກຳ​ນົດ 3 ປີ ​ໂດຍບໍ່​ມີ​ເງື່ອນ​ໄຂຄື​ໃນປະ​ຈຸ​ບັນ. ຮ່າງ​ກົດ​ໝາຍ​ໃໝ່​ກໍ​ຈະ​ສ້າງວຽກ​ເຮັດ​ງານ​ທຳຕື່ມ​ອີກ 100.000 ວຽກ, ສ້າງ​ກາ​ລະ​ໂອ​ກາດ​ຫຼານກວ່າ​ໃຫ້ຊາວ​ອົບ​ພະ​ຍົບ ແລະ ຊາວຫຼົບ​ໄພ​​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເຂົ້າ​ຮ່ວມ​ຕະ​ຫຼ​າ​ດ​ວຽກ​ເຮັດ​ງານ​ທຳ​ຢ​ູ່​ເ​ຢ​ຍ​ລະ​ມັນ…

ຂ່າວ/ບົດ​ອື່ນ