ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຢ້ຽມຢາມ ອາເມລິກາ

ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຢ້ຽມຢາມ ອາເມລິກາ - ảnh 1
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫຼງກວາງເຫຼຍ ແລະ ຜູ້ຮ່ວມຕຳແໜ່ງ ອາເມລິກາ Leon Panetta
(ພາບ: AFP)

(vovworld) – ວັນ​ທີ 7/5, ທ່ານລັດຖະມົນຕີ​ກະຊວງ​​ປ້ອງ​ກັນ​ປະ​ເທດ​ຈີນ ​ແຫຼ​ງກວາງ​ເຫຼຍ ​​ໄດ້​ເລີ່​ມຕົ້ນ​ບັນດາເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ, ​ທີ່ແກ່​ຍາວມາ​ເປັນ​ເວລາ 1 ອາທິດ. ນີ້​ແມ່ນ​ການ​ປະຕິບັດ​ງານ​ເຖິງ​ ອາ​ເມ​ລິ​ກາ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໃນ​ຮອດ​ເວລາ 9 ​ປີ​ຜ່ານ​ມາ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ຢ​້ຽມຢາມ​ທຳນຽບ 5 ​ແຈ, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ຄຽງ​ຂ້າງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ອາ​ເມ​ລິ​ກາ Leon Panetta, ທ່ານ ແຫຼ​ງກວາງ​ເຫຼຍ ​ໃຫ້​ຮູ້​ວ່າ: 2 ປະ​ເທດ​ຈະ​ສົມທົບ​ກັນ​ເພື່ອ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ. ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ​ຜູ້ໜຶ່ງ​ແລ້ວ, ການ​ເຈລະຈາ​ລະຫວ່າງ 2 ຝ່າຍ ຄາດ​ວ່າ​ຈະ​ເຕື້ອງ​ເຖິງ​​ໂຄງການ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ​ແລະ ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ເມື່ອ​ອອກ​ເດີນທາງ​ໄປ​ຍັງ ອາ​ເມ​ລິ​ກາ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ແຫຼ​ງກວາງ​ເຫຼຍ ຢືນຢັນ​ວ່າ: ການ​ຢ້ຽມຢາມ ຂອງ​ທ່ານ​​ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດ​ຄວາມ​ຮັບ​ຮູ້​ລວມ​ເຊິ່ງທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົ່າ ​ແລະ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ບັນລຸ​ໄດ້​ກ່ຽວ​ກັບ​ການ​ສ້າງສາຍ​ພົວພັນ​ຄູ່ຮ່ວມ​ມື - ຮ່ວມ​ມື ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ, ພ້ອມ​ທັງ​ຊຸກຍູ້ບັນດາ​ການ​ພົວພັນ 2 ຝ່າຍ ​ແລະ ການ​ທະຫານ​​ໃຫ້ພັດທະ​ນາ​ຢ່າງ​ໂປ່​ງ​ໃສ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ