ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ໄວ້​ອາ​ໄລ ແລະ ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ກັບ​ຄອບ​ຄົວ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ເຮືອນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພ້ອມດ້ວຍຄະນະການນຳ ອາເມລິກາ ທີ່ໄດ້ຮັບການແຕ່ງຕັ້ງຈາກທ່ານປະທານາທິບໍດີ Joe Biden ໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈກັບພັນລະຍາ ທ່ານນາງ ໂງທິເມີ້ນ ພ້ອມດ້ວຍຄອບຄົວ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ໄວ້​ອາ​ໄລ ແລະ ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ກັບ​ຄອບ​ຄົວ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ບັນດາການນຳ, ເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ກໍຄືທ່ານປະທານາທິບໍດີ Joe Biden ໃນນາມສ່ວນຕົວ ຍາມໃດກໍຖືທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ດ້ວຍວິໄສທັດ ແລະ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ນັ້ນ, ໄມຕີຈິດມິດຕະພາບ ແລະ ການພົວພັນລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງກະໂດດຂັ້ນ, ບັນລຸລະດັບສູງສຸດ ນັ້ນແມ່ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄືໃນປັດຈຸບັນ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຢັ້ງຢືນວ່າ ທ່ານປະທານາທິບໍດີ Joe Biden, ລັດຖະບານ ແລະ ປະຊາຊົນ ອາເມລິກາ ຍາມໃດກໍຈົດຈຳ ແລະ ເຊີດຊູມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດ້ວຍນ້ຳໃຈ ແລະ ອະນຸສອນອັນດີງາມກ່ຽວກັບການນຳຜູ້ໜຶ່ງທີ່ໄດ້ສ້າງຂີດໝາຍປະຫວັດສາດໃຫ້ແກ່ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

        ໂດຍຕາງໜ້າຄອບຄົວ, ພັນລະຍາຂອງເລຂາທິການໃຫຍ່, ທ່ານນາງ ໂງທິເມີ້ນ ເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ປະຕິບັດຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ລົງເດືອນກັນຍາ 2023 ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ ແລະ ນຳການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບພັດທະນາດີງາມກວ່າ, ແທດຈິງ ແລະ ເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ທ່ານນາງ ໂງທິເມີ້ນ ກໍຝາກຄຳຂອບໃຈຢ່າງຈິງໃຈ ແລະ ຄຳອວຍພອນສຸຂະພາບມາຍັງທ່ານປະທານາທິບໍດີ Joe Biden ພ້ອມດ້ວຍພັນລະຍາ ແລະ ຄອບຄົວ.


ຕອບກັບ

ຂ່າວ/ບົດ​ອື່ນ