ລັດເຊຍ ກ່າວປະນາມ ຫຼາຍປະເທດເອີລົບ ກະຕຸກຊຸກຍູ້ ຄວາມເຄັ່ງຕຶງຢູ່ ຢູແກຼນ

ລັດເຊຍ ກ່າວປະນາມ ຫຼາຍປະເທດເອີລົບ ກະຕຸກຊຸກຍູ້ ຄວາມເຄັ່ງຕຶງຢູ່ ຢູແກຼນ - ảnh 1
(ພາບປະກອບ: AFP)

(vovworld) – ວັນ​ທີ 05/12, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ກ່າວ​ປະນາມ​ເລື່ອງ​ບັນດາ​ປະ​ເທດ​ເອີ​ລົບ ກະຕຸກ​ຊຸກຍູ້ຄວາມ​ເຄັ່ງ​ຕຶງ​ຢູ່ ຢູ​ແກຼນ ພາຍຫຼັງ​ທີ່​ປະ​ເທດ​ນີ້​ປະຕິ​ເສດ​ການ​ລົງ​ນານ​ໃນ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​​ກັບ​ສະຫະພາບ​ເອີ​ລົບ (EU).

        ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ລັດຖະມົນຕີການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ຍົກ​ອອກ​ມາ ​ໃນ​ສະພາບ​ທີ່ຢູ​ແກຼນ ພວມ​ດຳ​ເນີນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ Kiev. ວົງ​ການ​ນັກການ​ເມືອງ​ປະ​ເທດ​ນີ້​ຢືນຢັນ​ວ່າ ບັນດາ​ການ​ກະຕຸກ​ຊຸກຍູ້​ການ​ໃຊ້​ຄວາມ​ຮຸນ​ແຮງ​ແມ່ນ​ຜິດ​ກົດໝາຍ ​ແລະ ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ມີ​ສັນຍານ​ຂອງ​ການ​ກໍ່ລັດຖະປະຫານ. ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Mykola Azarov ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຄ້ານ​ຢຸດຕິ​ການ​ເຮັດ​ໃຫ້ຄວາມເຄັ່ງ​ຕຶງປິນຂັ້ນ​ໄດ​ໃນວິ​ກິດ​ການ​ການ​​ເມືອງ ​​ທີ່​ພວມຊົ່ວ​ຮ້າຍ​ທີ່ສຸດ​ຢູ່​ປະ​ເທດ​ນີ້ ນັບ​ແຕ່ 1 ທົດ​ສະ​ວັດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ