ລັດເຊຍ ຄັດຄ້ານມະຕິກ່າວປະນາມ ລັດຖະບານ ຊີຣີ

ລັດເຊຍ ຄັດຄ້ານມະຕິກ່າວປະນາມ ລັດຖະບານ ຊີຣີ - ảnh 1

ສະພາບ​ການ​ຢູ່ ຊີຣີ

(ພາບ:tintuc.vnanet.vn)

( vovworld ) – ​ທີ່​ການ​ປ່ອນ​ບັດລົງ​ຄະ​ແນນ​ສຽງ​ຂອງ​ສະພາ​ສິດ​ທະ​ມະນຸດ​ສະຫະ​ປະຊາ​ຊາດ, ລັດ​ເຊຍ, ຈີນ ​ແລະ​ ກູ​ບາ ​ໄດ້​ພ້ອມ​ກັນ​ປ່ອນ​ບັດຄັດຄ້ານ​ມະຕິ​ຂອງສະພາ​ສິດ​ທະ​ມະນຸດ​ສະຫະ​ປະຊາ​ຊາດ ​ເພື່ອ​ແນ​ໃສ່ກ່າວ​ປະນາມ​ລັດຖະບານ ຊີຣີ ຍ້ອນ​ວິ​ກິດ​ການ​ດ້ານ​ການ​ເມືອງ​ອັນ​ນອງ​ເລືອດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ມີ 37 ​ໃນ​ຈຳນວນ 47 ປະ​ເທດ​ໄດ້​ຮັບຮອງ​ເອ​ົາມະຕິ​ສະບັບ​ດັ່ງກ່າວ​ແລ້ວ. ກ່າວ​ຄຳ​ເຫັນ​ທີ່​ການ​ປ່ອນ​ບັດ, ຜູ້ຕາງໜ້າ​ຂອງ​ລັດ​ເຊຍ, ທ່ານ Vladimir Zheclov ​ໃຫ້​ຮູ້​ວ່າ: ມະຕິ​ສະບັບ​ດັ່ງກ່າວ​ມີ​ລັກສະນະ​ດ້ານ​ດຽວ​ເທົ່າ​ນັ້ນ ​ແລະ​ ກ່າວ​ຖີ້ມ​ໂທດ​ໃຫ້​ລັດຖະບານ ຊີຣີ ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ນີ້ ​ໃນ​ຂະນະ​ທີ່​ບໍ່​ຍົກ​ອອກ​ສັນຍານທີ່​ມີ​ລັກສະນະ​ສ້າງສັນ​ໃດໆ. ສ່ວນ​ທ່ານ Rodolfo Reyes Rodriguez ​ເອກ​ອັກຄະ​ລັດຖະທູດ ກູບາ ປະຈຳສະຫະ​ປະຊາ​ຊາດ ຖື​ວ່າ ​ເລື່ອງ​ສະໜັບສະໜູນ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ໜື່ງ ຈະ​ຊຸກຍູ້​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ ​ເຂົ້າ​​ສະພາບ​ການ​ຢູ່​ພາຍ​ໃນ​ຂອງ ຊີຣີ ​ແລະ ​ອາດ​ຈະ​ກໍ່​ຄວາມ​ບາດ​ເຈັບ​ລົ້ມຕາຍ​ຕື່ມ​ອີກ​ໃຫ້​ແກ່​ສາມັນ​ຊົນ.

ຂ່າວ/ບົດ​ອື່ນ