ລັດ​ເຊຍ ສະ​ເໜ​ີ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ສະ​ຖຽນ​ລະ​ພາບ​ທີ່​ມີ​ລັກ​ສະ​ນະຍຸດ​ທະ​ສາດ​ກັບ ອາ​ເມ​ລິ​ກາ

(VOVWORLD) -    ສຳນັກຂ່າວສານ RIA ໄດ້ຄັດສະເໜີຄຳເວົ້າຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Ryabkov ໃນວັນທີ 27 ເມສາ ໂດຍໃຫ້ຮູ້ວ່າ ມົດສະກູ ສະເໜີດຳເນີນການເຈລະຈາກັບ ວໍຊິງຕັນ ກ່ຽວກັບການສ້າງສະຖຽນລະພາບທີ່ມີລັກສະນະຍຸດທະສາດ.
ລັດ​ເຊຍ ສະ​ເໜ​ີ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ສະ​ຖຽນ​ລະ​ພາບ​ທີ່​ມີ​ລັກ​ສະ​ນະຍຸດ​ທະ​ສາດ​ກັບ ອາ​ເມ​ລິ​ກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ກ່ອນໜ້ານັ້ນ, ວັນທີ 25 ເມສາ, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ Yuri Ushakov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ອາດຈະມີການພົບປະກັນໃນເດືອນ ມິຖຸນາ ຈະມາເຖິງ, ແຕ່ການຮັບຮອງເອົາຂໍ້ຕົກລົງສຸດທ້າຍນັ້ນ ຍັງຂຶ້ນກັບຫຼາຍປັດໄຈ. ຕາມທ່ານ Ushakov ແລ້ວ, ປັດຈຸບັນ ຍັງບໍ່ທັນມີການຕັດສິນທີ່ແນ່ນອນກ່ຽວກັບການພົບປະລະຫວ່າງການນຳສອງປະເທດດັ່ງກ່າວ. ທ່ານ ຊີ້ແຈ້ງວ່າ ຝ່າຍ ອາເມລິກາ ໄດ້ສົ່ງສັນຍານກ່ຽວກັບການຄາດຄະເນດຳເນີນການພົບປະດັ່ງກ່າວ, ແຕ່ປັດຈຸບັນ ສອງຝ່າຍ ຍັງບໍ່ທັນປຶກສາຫາລືໃນຂັ້ນວິຊາການກ່ຽວກັບການຈັດການພົບປະດັ່ງກ່າວເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ