ລັດເຊຍມີແຜນນະໂຍບາຍສ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບASEAN

ລັດເຊຍມີແຜນນະໂຍບາຍສ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບASEAN - ảnh 1

ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ອິນ​ເຕີ​ແນັດ)

(vovworld)-​ ໃນ​ວັນ​ທີ 11/5, ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ໃຫ້​ຮູ້​ວ່າ Moscow ​ພ້ອມແລ້ວທີ່​ຈະ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ສະ​ມາ​ຄົມປະ​ຊາ​ຊາດ​ອາ​ຊີ​ຕາ​ເວ​ັນ​ອອກ​ສຽງ​ໃຕ້​ (ASEAN) ແລະ ​ສິ່ງ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​​ການຊຸກ​ຍູ້ ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ASEAN-ລັດ​ເຊຍ ເຊິ່ງຈະ​ດຳ​ເນີນ ຢູ່ ນະ​ຄອນຫຼວງ Sochi ໃນ​ລະ​ຫວ່າງ ວັນ​ທີ 19 ແລະ 20/5 ຈະ​ມາ​ເຖິງ. ຜູ້​ນຳ​​ລັດ​ເຊຍ ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ດ້ານເສດ​ຖະ​ກິດ ແລະ ມະ​ນຸດ​ສະ​ທຳ ລະຫວ່າງ ລັດ​ເຊຍ ແລະ ASEAN ເປັນ​ພື້ນ​ຖານທີ່​ໝັ້ນ​ຄົງ ປະ​ກອບ​ສ່ວນ​ນຳ​​ການ​ພົວ​ພັນ​ນີ້ ຂື້ນ​ສູ່​ລະ​ດັບ​ສູງ​ໃ​ໝ່, ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ ແລະ ການ​ເຕີບ​ໂຕ​​ທາງ​ດ້ານເສດ​ຖະ​ກິດ ໃຫ້ທົ່ວ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ.

        ການ​ນຳ​ລັດ​ເຊຍ ກໍ່​ໃຫ້​ຮູ້ວ​່າ: ຄາດ​ຄະ​ເນ ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ທີ່​ຈະ​​ດຳເນີນ ຢູ່ ນະ​ຄອນຫຼວງ Sochi ນັ້ນ, ສອງ​ຝ່າຍ​ຈະ​ປຶກ​ສາ​ຫາ​ລືບັນ​ຫາ​ຕ່າງໆ​ເຊັ່ນ: ລັກ​ສະ​ນະອັ​ນຮີບ​ດ່ວນ​ ຂອງວຽກການ​ເພີ່ມ​ທະ​ວີ​ ​ການ​ປ້ອງ​ກັນຄວາມ​ສະ​ຫງົບ​ຢູ່ພາກ​ພື້ນ ໃນ​ການ​​​ຕໍ່​ສູ້ຕ້ານການກໍ່​ການ​ຮ້າຍ ​ການ​ເຄື່ອນ​ໄຫວ​ຂອງ​​ພວກ​ກະ​ບົດ​ຫົວ​​ຮຸນ​ແຮງໃນ​ພາກ​ພື້ນ ພ້ອມ​ກັບ​ເຄືອ​ຂ່າຍອາດ​ຊະ​ຍາ​ກຳ​ຂ້າມ​ຊາດ.

ຂ່າວ/ບົດ​ອື່ນ