ລັດເຊຍ,ເຢຍລະມັນ,ຝຣັ່ງກະຕຸກຊຸກຍູ້ການຢຸດຍິງຢູ່ຢູແກຼນ

ລັດເຊຍ,ເຢຍລະມັນ,ຝຣັ່ງກະຕຸກຊຸກຍູ້ການຢຸດຍິງຢູ່ຢູແກຼນ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
ແລະ ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin

(ພາບປະກອບ)

(vovworld) –  ວັນ​ທີ 14/6, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກັບ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ກ່ຽວ​ກັບ​ເລື່ອງ​ບັນດາ​ຜູ້​ແຫ່​ຂະ​ບວນ​ທວງ​ໃຫ​້​ຫັນ​ເປັນ​ສະຫະພັນ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ຢູ​ແກຼນ ​ໄດ້​ຍິງ​ເຮືອບິນ​ຂົນ​ສົ່ງ​ຂອງ​ກອງທັບ ຢູ​ແກຼນ ​ເຮັດ​ໃຫ້ທະຫານ 49 ຄົນ​ເສຍ​ຊີວິດ​ໃນ​ວັນ​ທີ 14/6 ​ແລະ ຖື​ວ່າ: ​​ເຫດການ​ດັ່ງກ່າວ​ຍິ່ງ​ເຮັດ​ໃຫ້​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຄວາມ​ສຳຄັນ​ກ່ວາ​ອີກ. ຖະ​ແຫຼ​ງການ​ຂອງ​ລັດຖະບານ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ທ່ານ​ນາງ Merkel ​ແລະ ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ Putin ພາຍຫຼັງ​​ເຫດການ​ດັ່ງກ່າວ, ​ໃນ​ນັ້ນ​ສະ​ແດງ​ຄວາ​ມວິຕົກ​ວັງ​ວົນ​ຕໍ່​ເຫດກາ​ນຍິງ​ເຮືອບິນ​ຕົກ​ຢູ່ ຢູ​ແກຼນ. ລັດຖະບານ ຝຣັ່ງ ​ກໍ່ໄດ້ “​ເນັ້ນ​ໜັກ​ຄວາມ​ສຳຄັນ” ຂອງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຢູ​ແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ