ລັດເຊຍໃຫ້ສັດຕະຍາບັນFTAລະຫວ່ງພັນທະມິດເສດຖະກິດອາຊີ-ເອີລົບແລະຫວຽດນາມ

ລັດເຊຍໃຫ້ສັດຕະຍາບັນFTAລະຫວ່ງພັນທະມິດເສດຖະກິດອາຊີ-ເອີລົບແລະຫວຽດນາມ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ V. Putin
ພາບ:TTXVN


(vovworld)- ວັນ​ທີ 1/5, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​​ລົງ​ນາ​ມ​ໃນ​ກົດ​ໝາຍໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ແລະ ຫວຽດ​ນາມ. ກ່ອນ​ຫນ້ານັ້ນ   ສະ​ພາຕ່ຳ ແລະ ສະ​ພາ​ສູງ​ລັດ​ເຊຍ ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ດັ່ງ​ກ່າວ​ໃນ​ເດືອນ 4 ຜ່ານ​ມາ. ນີ້​ແມ່ນ​ສັນ​ຍາ FTA ສະ​ບັບ​ທຳ​ອິດ​ລະ​ຫວ່າງ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ກັບ​ຄູ່​ຮ່ວມ​ມື​ທີ 3. ສັນ​ຍາ​ດັ່ງ​ກ່າວ​ໄດ້​ຮັບ​ການ​ລົງ​ນາມ​ຢູ່ Burabay ກາ​ຢັກ​ສະ​ຖານ ໃນ​ວັນ​ທີ 29/5/2015 ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ. ຕາມ​ສັນ​ຍາ​ດັ່ງ​ກ່າວ​ແລ້ວ, ທຸກ​ການ​ເຄື່ອນ​ໄຫວ​ຄ້​າ​ຂາຍ​ສິນ​ຄ້າ​ລະ​ຫວ່າງ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ແລະ​ ຫວຽດ​ນາມ ຈະ​ຖືກ​ຍົກ​ເວັ້ນ​ພາ​ສີ. ສັນ​ຍານີ້​ກໍ​ນຳ​ໃຊ້​ມາດ​ຕະ​ການ​ປົກ​ປ້ອງ, ຕ້ານ​ການ​ຂາຍ​ບຸບ​ລາ​ຄາ ແລະ ຊົດ​ເຊີຍ ຕາມ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ