ການປະຊຸມຂ່າວ ກ່ຽວກັບລາງວັນທົ່ວປະເທດ
ສຳລັບການໂຄສະນາກັບຕ່າງປະເທດປີ 2016
(vovworld) - ຕອນບ່າຍວັນທີ 8/11, ຢູ່ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ, 58 ຖະໜົນ ກວ໋າຊື໋, ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານການໂຄສະນາກັບຕ່າງປະເທດ ສູນກາງ, ຈັດຕັ້ງການປະຊຸມຂ່າວ ກ່ຽວກັບລາງວັນທົ່ວປະເທດສຳລັບການໂຄສະນາກັບຕ່າງປະເທດປີ 2016. ລາງວັນທົ່ວປະເທດກ່ຽວກັບ ການໂຄສະນາກັບຕ່າງປະເທດ ປີ 2016 ຖືກຈັດຕັ້ງເພື່ອຮັບຮອງ, ເຊີດຊູບັນດາຜູ້ຂຽນ, ທີ່ມີບົດປະພັນດີເດັ່ນໃນຂົງເຂດໂຄສະນາກັບຕ່າງປະເທດໃນໄລຍະແຕ່ວັນທີ 01/01/2016 ເຖິງວັນທີ 31/12/2016. ເປົ້າໝາຍເຂົ້າຮ່ວມແມ່ນຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ, ຊາວຕ່າງປະເທດ. ນອກຈາກບັນດາບົດທີ່ຂຶ້ນກັບຮູບການສື່ມວນຊົນຕ່າງໆຄື: ສື່ສິ່ງພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ຂ່າວພາບ, ປີນີ້ຄະນະຈັດຕັ້ງຍັງມອບລາງວັນໃຫ້ຜະລິດຕະພັນທີ່ພິມເປັນປື້ມອີກ.
“ລາງວັນທົ່ວປະເທດກ່ຽວກັບການໂຄສະນາກັບຕ່າງປະເທດ ປີ 2016. ນອກຈາກບັນດາບົດທີ່ຂຶ້ນກັບຮູບການສື່ມວນຊົນຄື: ສື່ສິ່ງພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ສື່ເອເລກໂຕນິກ, ຂ່າວພາບ, ປີນີ້ຄະນະຈັດຕັ້ງຍັງມອບລາງວັນໃຫ້ຜະລິດຕະພັນທີ່ພິມເປັນປື້ມອີກ. ດ້ວຍເລື່ອງເປີດກວ້າງຂົງເຂດເຂົ້າຮ່ວມ, ຄະນະຈັດຕັ້ງຫວັງວ່າ, ປີນີ້ຈະໄດ້ຮັບຄວາມເອົາໃຈໃສ່ເຂົ້າຮ່ວມຂອງຜູ້ຂຽນຫຼາຍຄົນ ກໍ່ຄືບັນດາອົງການ, ຫົວໜ່ວຍຢູ່ພາຍໃນ ແລະ ຕ່າງປະເທດ. ຜ່ານນັ້ນສືບຕໍ່ຍົກສູງຄຸນນະພາບວຽກງານສື່ຂ່າວ, ໂຄສະນາຕ່າງປະເທດ; ເພີ່ມທະວີການແລກປ່ຽນລະຫວ່າງບັນດາອົງການ, ຫົວໜ່ວຍ, ທ້ອງຖີ່ນ, ແນໃສ່ປະຕິບັດສຳເລັດໜ້າທີ່ໂຄສະນາກັບຕ່າງປະເທດຂອງພັກ ແລະ ລັດແປັນຢ່າງດີ. “
ປີນີ້ ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງລາງວັນທົ່ວປະເທດກ່ຽວກັບການໂຄສະນາກັບຕ່າງປະເທດປີ 2016. ຄາດວ່າພິທີມອບລາງວັນຈະຈັດຕັ້ງໃນເດືອນ 5/2017.