ລາຊະອານາຈັກອັງກິດມຸ່ງໄປເຖິງນະໂຍບາຍປີການເງິນມີໄຫວພິບ
ທ່ານ Philip Hammond, ລັດຖະມົນຕີການເງິນ ອັງກິດ
(ພາບປະກອບ)
|
(vovworld) – ຄາດວ່າ, ທ່ານ Philip Hammond, ລັດຖະມົນຕີການເງິນ ອັງກິດ ຈະຍົກອອກຂອບເຂດປີການເງິນມີໄຫວພິບ ອະນຸຍາດໃຫ້ຍົກລະດັບການຂາດດຸນງົບປະມານໃນກໍລະນີປະເທດ ອັງກິດ ຖອນອອກຈາກ ສະຫະພາບ ເອີລົບ (ອີຢູ), ຫຼືຍັງເອີ້ນວ່າ Brexit, ຜົນສະທ້ອນທີ່ຫຍໍ້ທໍ້ເຖິງການເຕີບໂຕເສດຖະກິດ. ໜັງສືພິມ “Financial Times” (ໜັງສືພິມລາຍວັນ ການເງິນ) ໃນວັນທີ 2/11 ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ: ໃນການປະຊຸມຄະນະລັດຖະບານກ່ອນນັ້ນ 1 ວັນ, ທ່ານລັດຖະມົນຕີ Hammond ພຽງຄາດຄະເນບ້ວງເງິນກະຕຸ້ນປີການເງິນທີ່ຈຳກັດໃນຖະແຫຼງການນະໂຍບາຍຍາມລະດູໃບໄມ້ຫຼົ່ນຊຶ່ງຈະປະກາດໃນທ້າຍເດືອນນີ້ເທົ່ານັ້ນ, ແຕ່ກຽມພ້ອມເພື່ອໂຍະຍານຂອບເຂດຂອງການຂາດດຸນງົບປະມານໃນກໍລະນີຈຳເປັນ. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ນະໂຍບາຍປີການເງິນມີໄຫວພິບນີ້ເພື່ອແນໃສ່ປົກປ້ອງພື້ນຖານເສດຖະກິດ ອັງກິດຕໍ່ໜ້າອະນາຄົດທີ່ຊ້ອນແຝງເກີດຄວາມຂາດສະຖຽນລະພາບຫຼາຍຢ່າງພາຍຫຼັງ Brexit.