ລາວ ກະກຽມກອງປະຊຸມລັດຖະມົນຕີບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ - ສ ເກົາຫຼີ

ລາວ ກະກຽມກອງປະຊຸມລັດຖະມົນຕີບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ - ສ ເກົາຫຼີ - ảnh 1
ກ່ອນໜ້ານັ້ນ, ​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ- ຍີ່ປຸ່ນ ຄັ້ງທີ 4 ໄດ້ຈັດຕັ້ງໃນວັນທີ 21/4

(vovworld) - ວັນ​ທີ 12/6, ຢູ່​​ ຫຼວງ​ພະ​ບາງ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ກະກຽມ ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນ​ຕີ ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ ​ແມ່​ນ້ຳຂອງ - ສ ​ເກົາຫຼີ ຄັ້ງ​ທີ 2. ກອງ​ປະຊຸມ ​ໄດ້​ຮັບຮອງ​ເອົາ​ບັນດາ​ບາດກ້າວ​ກະກຽມ, ​ເປັນ​ເອກະ​ພາບ​ສູງ​ຕໍບັນດາ​ວິທີ​ການ ​ແລະ ​ເນື້ອ​ໃນ​ທີ່​ຈະລາຍ​ງານ​ທີ່​ກອງ​ປະຊຸມຈະ​ມາ​​ເຖິງ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ Nguyen Quoc Dung, ຫົວໜ້າ​ກົມ​ສັງ​ລວມ​ເສດຖະກິດ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ​ເປັນ​ຫົວໜ້າ​ຄະນະ​ຖື​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ບົດບາດ​ປະສານ​ງານ ​ໃນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ຮັບຮ​ອງ​ເອົາ​ທີ່​ກອງ​ປະຊຸມ​ແມ່​ນ້ຳ Nakdong​​, ພ້ອມ​ກັນ​ນັ້ນ​ກໍ​ຍົກ​ອອກ​ໂຄງການ​ຈຳນວນ​ໜຶ່ງ​ໃນ 6 ຂົງ​ເຂດຄື: ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ພັດທະນາ​ຂຽວ, ຊັບພະຍາກອນ​ນ້ຳ, ກະສິກຳ​ຊົນນະບົດ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ.

ກອງ​ປະຊຸມ​ລັດຖະມົນ​ຕີ ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ ​ແມ່​ນ້ຳຂອງ - ສ ​ເກົາຫຼີ ຄັ້ງ​ທີ 2 ຈະ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ 7 ຢູ່ ກຳປູ​ເຈຍ. ​ເນື້ອ​ໃນ​ຕົ້ນຕໍ​ຂອງ​​ການ​ປຶກສາ​ຫາລືຕ່າງໆ ​ແມ່ນການ​ຕີ​ລາຄາການ​ປະຕິບັດ​ຖະ​ແຫຼ​ງການ​​ແມ່​ນ້ຳ Nakdong, ພ້ອມ​ທັງ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກຳນົດ​ທິດ ​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ ອານາ​ຄົດ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ​້ຳຂອງ ​ເພື່ອ​ແນ​ໃສ່ສ້າງ​ຄູ່​ຮ່ວມ​ມື, ​ຮ່ວມ​ມື​ຢ່າງຮອບດ້ານ​ເພື່ອ​ພັດທະນາ​ຍາວ​ນານ ​ແລະ ຍືນ​ຍົງ.

ຂ່າວ/ບົດ​ອື່ນ