ລາວ ແລະ ຈີນ ສ້າງທາງລົດໄຟ ອາຊຽນ - ຈີນ

ລາວ ແລະ ຈີນ ສ້າງທາງລົດໄຟ ອາຊຽນ - ຈີນ - ảnh 1
(ພາບປະກອບ)

(vovworld) -     ທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງລາວ, ສົມມາດ ພົນເສນາ ​ໃຫ້​ຮູ້​ວ່າ ລາວ ​ແລະ ຈີນ ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢູ່​ວຽງ​ຈັນ​ກ່ຽວ​ກັບ​ການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ຄຸ​ນໝິ່ງ - ສິງກະ​ໂປ ​ໂດຍ​ຝ່າຍ​ຈີນ ສະ​ເໜີ. ປະຈຸ​ບັນ, ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ລ້ວນ​ແຕ່​ມີ​ລະບົບ​ລົດ​ໄຟ​ຂອງ​ຕົນ ​ແຕ່​ຍັງ​ບໍ່​ທັນ​ມີ​ລະບົບ​ທາງ​ລົດ​ໄຟ​ລວມ, ​ເພາະສະ​ນັ້ນ, ຝ່າຍ​ຈີນ ​ໄດ້​ສະ​ເໜີລະບົບ​ທາງ​ລົດ​ໄຟ​​ໃນ​ພາກ​ພື້ນ ທີ່​ເຊື່ອມ​ຕໍ່​​ບັນດາ​ປະ​ເທດ​ອາ​ຊຽນ ນຳ​ກັນ. ​ເສັ້ນທາງ​ລົກ​ໄຟ​ຈະ​ເຊື່ອມ​ຕໍ່​ນະຄອນ ຄຸ​ນໝິ່ງ ຂອງ​ຈີນ ກັບ ສິງກະ​ໂປ ​ຜ່ານ​ປະ​ເທດລາວ​. ທ່ານ ສົມມາດ ພົນເສນາ ​ໃຫ້​ຮູ້​ວ່າ ຍອດ​ຈຳນວນ​ທຶນ​ກໍ່ສ້າງ​ທາງ​ລົດ​​ໄຟ​ຄວາມ​ໄວ​ສູງ​ນີ້​ແມ່ນ​ປະມານ 7 ຕື້ USD.

ຂ່າວ/ບົດ​ອື່ນ