ລາວກະກຽມ ແລະ ຈັດຕັ້ງປີແຫ່ງຄວາມສາມັກຄີ, ມິດຕະພາບລາວ - ຫວຽດນາມ ປີ 2012

ລາວກະກຽມ ແລະ ຈັດຕັ້ງປີແຫ່ງຄວາມສາມັກຄີ, ມິດຕະພາບລາວ - ຫວຽດນາມ ປີ 2012 - ảnh 1
ພາບປະກອບ
(ພາບ: ອີນເຕີເນັດ)

(vovworld) - ໜັງສືພິມ​ປະຊາຊົນ, ສຽງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສະບັບ​ອອກ​ວັນທີ 20/2 ​ໄດ້​ລົງ​ພິມ​ຄຳ​ສັ່ງ​ແນະນ​ຳຂອງ​ຄະນ​ະເລຂາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກ່ຽວ​ກັບ​ການ​ກະກຽມ ​ແລະ ຈັດ​ຕັ້ງ​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ລາວ - ຫວຽດນາມ 2012. ຄຳ​ສັ່ງ​ໄດ້​ຊີ້​ແຈງ​ວ່າ: ປີ 2012 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 2 ​ເຫດການ​ມີ​ຄວາມ​ສຳຄັນ​ຍິ່ງ​ໃນ​ການ​ພົວພັນ​ລະ​ຫວ່າງ​ ລາວ - ຫວຽດນາມຄື: 35 ປີ​ແຫ່ງ​ວັນເຊັນສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື​ລາວ - ຫວຽດນາມ (18/7/1977 – 18/7/ 2012) ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລາວ - ຫວຽດນາມ (5/9/1962 – 5/9/2012), ດັ່ງ​ນັ້ນ, ກົມ​ການ​ເມືອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຖື​ປີ 2012 ​ແມ່ນ​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ລາວ - ຫວຽດນາມ.

ຈຸດປະສົງ​ຂອງ​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ລາວ - ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ທົບ​ທວນຄືນ​ມູນ​ເຊື້ອ​ຂອງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລາວ - ຫວຽດນາມ, ຍົກ​ສູງ​ແນວ​​ຄິດ ​ແລະ ປຸກລຸກ​ສະຕິ​ຄວາມ​ຮູ້ຂອງ​ພະນັກງານສະມາຊິກ​ພັກ​ແຕ່ລະຄົນ ​ແລະ ປະຊາຊົນ​ແຕ່ລະ​ປະ​ເທດ, ພິ​ເສດ​ແມ່ນ​ຖັນ​ແຖວ​ຊາວ​ໜຸ່ມ, ​ເຍົາວະ​ຊົນ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວພັນ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາ​ດກໍ​ຄື​ໄລຍະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. 2 ປະ​ເທດພ້ອມ​ກັນ​ຍືດໝັ້ນ​ສືບ​ຕໍ່ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ການ​ພົວພັນ​ສາມັກຄີ​ທີ່​ບໍລິສຸດ​ຜຸດ​ຜ່ອງ, ​ແລະຫາ​ຍາກ​ໃນ​ການ​ພົວພັນ​ສາກົນ​ລະຫວ່າງ​ລາວ - ຫວຽດນາມ ​ໃນ​ເງື່ອນ​ໄຂ​ໃໝ່.

ຄຳ​ສັ່ງ​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ​ຂອງ​ລາວ ເພີ່ມ​ທະວີ, ​ເປັນ​ເຈົ້າ​ການ​ໃນ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ບັນດາ​ຖ້ອຍ​ທຳນອງ​ໂຄສະນາ​ເສກ​ສັນ​ປັ້ນ​ແຕ່ງ,  ຫຼື​ບັນດາ​ກົນອຸບາຍ​ມ້າງ​ທຳລາຍ​ສາຍ​ພົວພັນ​ມິດຕະພາບ​ຄວາມສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ລາວ - ຫວຽດນາມ.

 

ຂ່າວ/ບົດ​ອື່ນ