ວິທີປະຕິບັດການ ປະຕິຮູບການເມືອງຢູ່ ໄທບໍ່ມີທາງອອກ


ວິທີປະຕິບັດການ ປະຕິຮູບການເມືອງຢູ່ ໄທບໍ່ມີທາງອອກ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ໄທ

(ພາບ: . Hà Linh/Vietnam)

(vovworld)- ​ ວິທີ​ປະຕິບັດ​ວິວັດ​ການ​ປະຕິ​ຮູບ​ຢູ່​ໄທ ພວມ​ກາຍ​ເປັນ​ສາຍ​ເຫດ​ກໍ່​ໃຫ້​ເກີດ​ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ຢູ່​ປະ​ເທດ​ນີ້ ​ໃນຂະນະ​ທີ່​ຝ່າ​ຍຕ່າງໆ​ລ້ວນ​ແຕ່​ຢາກຮັກສາ ​ແລ​ະ ຈັດ​ວາງ​ທັດສະນະ​ຂອງ​ຕົນ​ຕໍ່​ຝ່າຍ​ອື່ນ. ທ່ານ​ນາງ​ນາຍົກລັດ ຖະມົນຕີ​ໄທ ຍິງ​ຮັກ ຊີ​ນນະ​ວັດ ​ໄດ້​ປະກາດ​ຂັນຕອນ​ປະຕິ​ຮູບ​ປະ​ເທດ​ຊາດ ຊື່​ງ​ໃນ​ນັ້ນທ່າ​ນນາງ​ສືບ​ຕໍ່​ຢັ້ງຢືນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 2/2/2014 ​ແລະ ຮຽກຮ້ອງ​ໃຫ້​ພັກ​ການ​ເມືອງ​ຕ່າງໆຕ້ອງ​ໃຫ້​ຄຳໝັ້ນສັນຍາປະຕິບັດ​ການ​ປະຕິ​ຮູບພາຍຫຼັງ​ການ​ເລືອກ​ຕັ້ງຄັ້ງນີ້. ຕາມທ່ານ​ນາງ ຍິ່ງ​ຮັກ ຊີ​ນນະ​ວັດ ​ແລ້ວ, ລັດຖະບານ​ຄາດ​ວ່າ​ຈະ​ສ້າງຕັ້ງສະພາ​ປະຕິ​ຮູບ​ໄທ ຫຼັງ​ການ​ເລືອກ​ຕັ້ງ ​ເພື່ອ​ປະຕິບັດ​ໜ້າ​ທີ່​ໃນ​ຮອບ​ເວລາ 2 ປີ ​ແລະ ພາຍຫຼັງ​ທີ່​ທຸກບັນຫາ​ປະຕິ​ຮູບ​ໄດ້​ຮັບ​ການ​ເຫັນ​ດີ​ເປັນ​ເອກະສັນ​​ຈາກ​ຝ່າຍ​ຕ່າງໆ, ລັດຖະບານ​ຈະ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ​ເພື່ອ​ປະຕິບັດ​ການ​ເລືອກ​ຕັ້ງຄັ້ງ​ໃໝ່. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ອະດີດ​ສະມາຊິກ​ລັດ​ຖະສະພາ​ພັກ​ປະຊາທິປັດ ສຸ​ເທບ ​ເທືອ​ກສຸບັນ ນຳ​ໜ້າ ປະກາດ​ບໍ່​ຮັບ​ຮູ້​ແຜນການ​ນີ້ ພ້ອມ​ທັງ​ປະກາດ​ຈະ​ສະກັດ​ກັ້ນການ​ເລືອກ​ຕັ້ງ. ​ແຜນການ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ແມ່ນ​ບັງຄັບນາຍົກລັດຖະມົນຕີ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ລາ​ອອກ​ຈາກ​ຕຳ​ແໜ່​ງ​ເພື່ອ​ເລືອກ​ຕັ້ງສະພາ ປຊຊ ພ້ອມ​ກັບ​ນາ​ຍົກ​ລັດຖະມົນຕີ​ຄົນ​ໃໝ່ ​ເພື່ອ​ປະຕິບັດ​ການ​ປະຕິ​ຮູບ​ການ​ເມືອງ​ຕາມ​ເຈດ​ຕະນາ​ຂອງ​ເຂົາ​ເຈົ້າ./.

ຂ່າວ/ບົດ​ອື່ນ